ພາສາລາວ

ກະຊວງການຕ່າງປະເທດຈີນ: ຊົມເຊີຍມານດີວຈັດການເລືອກຕັ້ງລັດຖະສະພາຢ່າງສຳເລັດຜົນ

cri2024-04-23 14:41:19

ວັນທີ 22 ເມສານີ້, ທ່ານວ່າງເວີນປີ່ນ ໂຄສົກກະຊວງການຕ່າງປະເທດຈີນໄດ້ສະແດງຄວາມຊົມເຊີຍຕໍ່ມານດີວ ທີ່ຈັດການເລືອກຕັ້ງລັດຖະສະພາຢ່າງສຳເລັດຜົນ, ໂດຍກ່າວວ່າ: ຈີນເຄົາລົບຄວາມຕັດສິນໃຈຂອງປະຊາຊົນມານດີວຢ່າງເຕັມທີ່.

ຕາມຂ່າວແຈ້ງວ່າ, ອີງຕາມຜົນການນັບຄະແນນເບື້ອງຕົ້ນຂອງຄະນະກຳມະການເລືອກຕັ້ງມານດີວ, ພັກສະພາປະຊາຊົນທີ່ເປັນພັກກຳອຳນາດທີ່ນຳພາໂດຍທ່ານ ໂມຮາເມັດ ມຸຍຊູ ປະທານາທິບໍດີມານດີວ ໄດ້ຮັບໄຊຊະນະໃນການເລືອກຕັ້ງລັດຖະສະພາໂດຍໄດ້ຮັບຈຳນວນບັດລົງຄະແນນສຽງເລືອກຕັ້ງຫຼາຍກວ່າພັກອື່ນໆຢ່າງຫຼວງຫຼາຍ.

ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງ, ທ່ານວ່າງເວີນປີ່ນກ່າວວ່າ, ຈີນຍິນດີທຳຄວາມພະຍາຍາມຮ່ວມກັນກັບມານດີວ, ເພີ່ມທະວີການແລກປ່ຽນແລະການຮ່ວມມືໃນຂົງເຂດຕ່າງໆ, ລົງເລິກການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນກັບມານດີວຢ່າງບໍ່ຢຸດຢັ້ງ, ເລັ່ງລັດການສ້າງປະຊາຄົມຮ່ວມຊາຕາກຳຈີນ-ມານດີວ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລະຄອນວິທະຍຸເລື່ອງ“ວິວັດທະນາການຂອງບ້ານພູດອຍ”

ທ່ຽວກຳແພງເມືອງຈີນໃນລະດູບານໃໝ່ ຊົມທິວທັດທີ່ສວຍງາມ

ພົບກັບທ່ານສີຈິ້ນຜິງ|ເພິ່ນຮູ້ດີວ່າຈີນຢາກໄດ້ຫຍັງ ແລະ ຄວນກ້າວໄປສູ່ທິດທາງໃດ

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn