ພາສາລາວ

ເອກອັກຄະລັດຖະທູດຈີນປະຈຳອາເມຣິກາກ່າວວ່າ: ຫວັງວ່າອາເມຣິກາກັບຈີນຈະເດີນເຂົ້າຫາກັນແລະຊອກຄົ້ນວິທີຢູ່ຮ່ວມກັນຢ່າງເໝາະສົມ

CRI2024-04-22 15:38:05

ວັນທີ 20 ເມສານີ້, ທ່ານເຊ້ຍເຟີ່ງ ເອກອັກຄະລັດຖະທູດຈີນປະຈຳອາເມຣິກາໄດ້ກ່າວຄຳປາໄສຢູ່ໃນພິທີໄຂກອງປະຊຸມເວທີເປິກສາຫາລືກ່ຽວກັບຈີນຂອງສະຖາບັນເຄນນີດີມະຫາວິທະຍາໄລຮາເວີດວວ່າ: ຫວັງວ່າອາເມຣິກາກັບຈີນຈະເດີນເຂົ້າຫາກັນ, ອີງຕາມຫຼັກການທີ່ເຄົາລົບເຊິ່ງກັນແລະກັນ, ຢູ່ຮ່ວມກັນໂດຍສັນຕິ, ຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ຊອກຄົ້ນວິທີຢູ່ຮ່ວມກັນຢ່າງຖືກຕ້ອງໃນຍຸກໃໝ່ລະຫວ່າງຈີນ-ອາເມຣິກາ.

ທ່ານເຊ້ຍເຟີ່ງກ່າວວ່າ: ຕ້ອງສ້າງຄວາມຮັບຮູ້ຢ່າງຖືກຕ້ອງຮ່ວມກັນ; ຄວບຄຸມຄວາມຂັດແຍ້ງຢ່າງມີປະສິດທີຜົນຮ່ວມກັນ; ຊຸກຍູ້ການຮ່ວມມືທີ່ມີຜົນປະໂຫຍດນຳກັນ; ແບກຫາບຄວາມຮັບຜິດຊອບຂອງປະເທດໃຫຍ່ຮ່ວມກັນ; ຊຸກຍູ້ການແລກປ່ຽນດ້ານວັດທະນະທຳດ້ວຍກັນ. ຊຸກຍູ້ໃຫ້ “ວິໄສທັດຊານຟຼານຊິສໂກ” ກາຍເປັນ “ພາບຕົວຈິງ”, ເພື່ອເຮັດໃຫ້ການພົວພັນລະຫວ່າງຈີນ-ອາເມຣິກາຂະຫຍາຍຕົວໄປໜ້າຕາມເສັ້ນທາງທີ່ໝັ້ນທ່ຽງ, ປອດໃສແລະແບບຍືນຍົງ.

ເວທີເປິກສາຫາລືຄັ້ງນີ້ຖືເອົາການ “ສ້າງຜົນປະໂຫຍດຕໍ່ກັນດ້ວຍຄວາມຈິງໃຈ” ເປັນຫົວຂໍ້ຫຼັກ, ຜູ້ຕາງໜ້າຈາກວົງການການເມືອງແລະການຄ້າລະຫວ່າງຈີນ-ອາເມຣິກາ, ນັກຮຽນແລະອາຈານຂອງມະຫາວິທະຍາໄລຮາເວີດພ້ອມດ້ວຍນັກຮຽນຈີນທີ່ຮຽນຢູ່ອາເມຣິກາ 300 ກວ່າຄົນໄດ້ເຂົ້າຮ່ວມ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຝົນຮຳແກ່ນພືດ: 1 ໃນ 24 ຈຸດແບ່ງລະດູການ

ການປັກຜົມດ້ວຍດອກໄມ້ເຮັດໃຫ້ບ້ານຫາປາຂອງຈີນກາຍເປັນສວນດອກໄມ້ເຄື່ອນທີ່

ພົບກັບທ່ານສີຈິ້ນຜິງ|ເພິ່ນຮູ້ດີວ່າຈີນຢາກໄດ້ຫຍັງ ແລະ ຄວນກ້າວໄປສູ່ທິດທາງໃດ

ລົດໄຟໂດຍສານສາກົນຕາມທາງລົດໄຟຈີນ-ລາວຊຸກຍູ້ໃຫ້ການໄປມາຫາສູ່ກັນຂອງປະຊາຊົນ ແລະ ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງສອງປະເທດກ້າວຂຶ້ນສູ່ລະດັບໃໝ່

ສະພາບການພັດທະນາແບບໃໝ່ “ສອງຮອບວຽນເສດຖະກິດ”

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn