ພາສາລາວ

ທ່ານຈ້າວເລີ້ຈີ້ພົບປະຜູ້ແທນຄະນະກຳມະການເວທີເປິກສາຫາລືອາຊີໂປອາວ ແລະເຈລະຈາກັບຜູ້ຕາງໜ້ານັກທຸລະກິດຈີນແລະຕ່າງປະເທດ

cri2024-03-28 17:24:07

ວັນທີ27ມີນານີ້, ທ່ານ ຈ້າວເລີ້ຈີ້ ປະທານຄະນະປະຈຳສະພາປະຊາຊົນແຫ່ງຊາດຈີນໄດ້ພົບປະຜູ້ແທນຄະນະກຳມະການເວທີເປິກສາຫາລືອາຊີໂປອາວຢູ່ແຂວງໄຫຫຼຳ, ທັງໄດ້ເຈລະຈາກັບຜູ້ຕາງໜ້ານັກທຸລະກິດຈີນແລະຕ່າງປະເທດ.

ໃນເວລາພົບປະຜູ້ແທນຄະນະກຳມະການຂອງເວທີເປິກສາຫາລືອາຊີໂປອາວ ທ່ານກ່າວວ່າ: ໂລກປັດຈຸບັນມີສິ່ງທ້າທາຍແລະວິກິດການຫຼາຍຢ່າງ, ແຕ່ໃນເວລາທີ່ມີຄວາມຫຍຸ້ງຍາກ ຍິ່ງຕ້ອງການທຸກຝ່າຍເຕົ້າໂຮມຄວາມຮັບຮູ້ທີ່ເປັນເອກະພາບກັນແລະສາມັກຄີຮ່ວມມືກັນ. ຈີນຈະສະໜອງໂອກາດໃໝ່ຫຼາຍກວ່າເກົ່າໃຫ້

ແກ່ໂລກ ດ້ວຍການພັດທະນາໃໝ່ຂອງຕົນເອງ.

ໃນເວລາເຈລະຈາກັບຜູ້ຕາງໜ້ານັກທຸລະກິດຈີນແລະຕ່າງປະເທດ, ທ່ານຈ້າວເລີ້ຈີ້ກ່າວວ່າ: ຈີນມີຄວາມເຫັນດີຕໍ່ເສດຖະກິດໂລກະພິວັດທີ່ສ້າງຜົນປະໂຫຍດໃຫ້ທຸກຝ່າຍແລະກວມລວມ, ຄັດຄ້ານລັດທິຝ່າຍດຽວແລະລັດທິປົກປ້ອງດ້ວຍຮູບການໃດໆ, ຈີນຍິນດີເອົາການພັດທະນາຂອງຕົນຕິດພັນກັບການພັດທະນາຂອງບັນດາປະເທດ. ຈີນພວມໃຊ້ມາດຕະການໃໝ່ຫຼາຍຢ່າງເພື່ອເປີດກວ້າງການໄຂປະຕູສູ່ພາຍນອກໃນລະດັບສູງ, ຍິນດີຕ້ອນຮັບຄູ່ຮ່ວມມືຂອງບັນດາປະເທດຢ່າງຈິງໃຈ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຄະນະຈັດຕັ້ງງານກິລາໂອລິມປິກປາຣີຮ່ວມກັບໄປສະນີແຫ່ງຊາດຝຣັ່ງປະກາດສະແຕມຝ່າຍທາງການຂອງງານກິລາໂອລິມປິກ

ຈັດເວທີເປິກສາຫາລືຍ່ອຍກ່ຽວກັບ “ການຄຸ້ມຄອງທາງສັງຄົມ ແລະ ຄວາມໝັ້ນຄົງໃນພາກພື້ນຂອງເວທີເປິກສາຫາລືອາຊີໂປອາວ

ຈັດງານວາງສະແດງພະລັງງານສະອາດສາກົນຈີນ 2024 ຢູ່ນະຄອນຫຼວງປັກກິ່ງ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn