ພາສາລາວ

ການລົງທຶນຢູ່ຈີນກໍຄືການລົງທຶນເພື່ອອະນາຄົດ

cri2024-03-26 16:09:53

ກອງປະຊຸມເວທີເປິກສາຫາລືການພັດທະນາຂອງຈີນປະຈຳປີ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງປັກກິ່ງລະຫວ່າງວັນທີ 24 ຫາ 25 ມີນານີ້ ເຊິ່ງເປັນໄລຍະຖືກກັບລະດູໃບໄມ້ບົ່ງທີ່ອາກາດກຳລັງອົບອຸ່ນຂຶ້ນ ແລະ ດອກໄມ້ເບັ່ງບານ. ກອງປະຊຸມປີນີ້ໄດ້ດຶງດູດຜູ້ແທນຕ່າງປະເທດ 110 ກວ່າທ່ານເຂົ້າຮ່ວມ. ໃນນັ້ນ, CEO ຈຳນວນບໍ່ໜ້ອຍໄດ້ເດີນທາງມາຮອດຈີນລ່ວງໜ້າ ແລະ ຈັດວາລະການເຄື່ອນໄຫວເຕັມເວລາ ເຊິ່ງສະແດງໃຫ້ເຫັນວ່າ: ເຂົາເຈົ້າໃຫ້ຄວາມສຳຄັນ ແລະ ມີການພົວພັນທີ່ແໜ້ນແຟ້ນກັບຕະຫຼາດຈີນ ກໍຄືຈີນມີກຳລັງດຶງດູດຢ່າງແຂງແຮງຕໍ່ວິສາຫະກິດຕ່າງປະເທດ. ທ່ານ Roland Busch ປະທານ ທັງເປັນຫົວໜ້າຜູ້ອຳນວຍການບໍລິຫານງານຂອງບໍລິສັດ SIEMENS ເດີນທາງມາຈີນຄັ້ງນີ້ຈະພັກເຊົາ 7 ວັນ, ນອກຈາກເຂົ້າຮ່ວມກອງປະຊຸມເວທີເປິກສາຫາລືການພັດທະນາຂອງຈີນປະຈຳປີ 2024 ແລ້ວ, ທ່ານຍັງຈະເຂົ້າຮ່ວມກິດຈະກຳ ແລະ ການພົບປະ 20 ກວ່າຄັ້ງຢູ່ນະຄອນຫຼວງປັກກິ່ງ, ນະຄອນເຊິ່ນເຈີ້ນ ແລະ ນະຄອນກວາງໂຈ່ວ, ແຜນການເຄື່ອນໄຫວອັນໜາແໜ້ນດັ່ງກ່າວລ້ວນແຕ່ປິ່ນອ້ອມເນື້ອໃນທີ່ວ່າ: ວິສາຫະກິດຈະເຮັດແນວໃດເພື່ອກຳແໜ້ນໂອກາດຂອງຈີນໃຫ້ໄດ້ດີກວ່າເກົ່າ.

ອີງຕາມສະຖິຕິທີ່ກ່ຽວຂ້ອງສະແດງໃຫ້ເຫັນວ່າ: ໃນ 2 ເດືອນທຳອິດຂອງປີນີ້, ມູນຄ່າເພີ່ມຂອງອຸດສາຫະກຳຂະໜາດໃຫຍ່ທົ່ວປະເທດຈີນເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ຍອດມູນຄ່າຂາຍຍ່ອຍເຄື່ອງບໍລິໂພກໃນສັງຄົມເພີ່ມຂຶ້ນ 5,5% ເພື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ, ການລົງທຶນຂອງອຸດສາຫະກຳການຜະລິດເພີ່ມຂຶ້ນ 9,4%, ຍອດມູນຄ່າການນຳເຂົ້າ-ສົ່ງອອກສິນຄ້າເພີ່ມຂຶ້ນ 8,7%. ນັບແຕ່ຕົ້ນປີນີ້ເປັນຕົ້ນມາ, ປັດໄຈທີ່ເຮັດໃຫ້ເສດຖະກິດຈີນພັດທະນາໃນທ່ວງທ່າທີ່ດີເພີ່ມຂຶ້ນຢ່າງບໍ່ຢຸດຢັ້ງ. ເສດຖະກິດຈີນທັງບັນລຸການເພີ່ມຂຶ້ນຢ່າງສົມເຫດສົມຜົນທາງດ້ານປະລິມານ ທັງໄດ້ຊຸກຍູ້ການຍົກລະດັບຂຶ້ນຂອງຄຸນນະພາບຢ່າງມີປະສິດທິຜົນ. ໃນກອງປະຊຸມເວທີເປິກສາຫາລືການພັດທະນາຂອງຈີນປະຈຳປີ 2024, ທ່ານນາງກຣິສຕາລີນາ ເກໂອກີເອວາ ປະທານອົງການກອງທຶນເງິນຕາສາກົນກ່າວວ່າ: ໃນອະນາຄົດ, ຈີນຈະສືບຕໍ່ເປັນຜູ້ປະກອບສ່ວນທີ່ສຳຄັນເປັນຂໍກຸນແຈໃນການເຕີບໂຕຂອງເສດຖະກິດໂລກ.

ຂໍ້ມູນທີ່ເປີດເຜີຍໂດຍກະຊວງການຄ້າຈີນໃນເມື່ອບໍ່ດົນມານີ້ສະແດງໃຫ້ເຫັນວ່າ: ໃນ 2 ເດືອນທຳອິດປີນີ້, ວິສາຫະກິດທຶນຕ່າງປະເທດທີ່ສ້າງຕັ້ງໃໝ່ໃນທົ່ວປະເທດຈີນມີ 7.160 ແຫ່ງ, ເພີ່ມຂຶ້ນ 34,9% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ; ການລົງທຶນຕົວຈິງຂອງຕ່າງປະເທດມີເຖິງ 215,09 ຕື້ຢວນ, ໃນນັ້ນ, ອຸດສາຫະກຳການຜະລິດເຕັກໂນໂລຊີຂັ້ນສູງສາມາດດຶງດູດທຶນຕ່າງປະເທດຕົວຈິງ 28,27 ຕື້ຢວນ, ເພີ່ມຂຶ້ນ 10,1% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

ປັດຈຸບັນ, ຈັງຫວະການເຕີບໂຕຂອງເສດຖະກີດໂລກຜ່ອນຄາຍລົງ ແລະ ຄວາມຕ້ອງການກໍຕົກຕ່ຳ, ຂະໜາດການລົງທຶນໂດຍກົງຂ້າມຊາດທົ່ວໂລກປະເຊີນໜ້າກັບຄວາມກົດດັນທີ່ຈະຫຼຸດໜ້ອຍລົງ. ພາຍໃຕ້ສະພາບການດັ່ງກ່າວ, ຂະໜາດການດຶງດູດການລົງທຶນຕ່າງປະເທດຂອງຈີນໄດ້ຮັກສາຢູ່ໃນຂະໜາດທີ່ມີຄວາມໝັ້ນທ່ຽງໂດຍລວມເຊິ່ງເປັນເລື່ອງບໍ່ງ່າຍ; ໃນ 5 ປີຜ່ານມາ, ອັດຕາຜົນກຳໄລຂອງນັກລົງທຶນຕ່າງປະເທດທີ່ລົງທຶນຢູ່ຈີນໂດຍກົງມີປະມານ 9% ເຊິ່ງເປັນລະດັບຂ້ອນຂ້າງສູງໃນສາກົນ. ຂະໜາດການລົງທຶນຕ່າງປະເທດຢູ່ຈີນໃນປີ 2023 ກວມເອົາປະມານ 15% ຂອງໂລກ ເຊິ່ງຢູ່ໃນອັນດັບທຳອິດຂອງປະເທດກຳລັງພັດທະນາ ແລະ ຢູ່ແຖວໜ້າຂອງທົ່ວໂລກ. ສະພາບພື້ນຖານຂອງເສດຖະກິດຈີນທີ່ມີທ່ວງທ່າພັດທະນາທີ່ດີບໍ່ມີການປ່ຽນແປງ, ນອກນີ້, ເສດຖກິດຈີນຍັງມີທ່າແຮງພົ້ນເດັ່ນຫຼາຍຢ່າງໃນດ້ານການດຶງດູດການລົງທຶນຕ່າງປະເທດ ເຊັ່ນ: ເປັນຕະຫຼາດ ຂະໜາດໃຫຍ່, ຕ່ອງໂສ້ການສະໜອງມີສິ່ງສົມທົບອັນສົມບູນ, ພື້ນຖານໂຄງລ່າງມີຄວາມຄົບຖ້ວນ ແລະ ໂລ່ງລ່ຽນດີ, ຊັບພະຍາກອນມະນຸດມີຄວາມອຸດົມສົມບູນ ແລະອື່ນໆ. ສະນັ້ນ, ບໍລິສັດຂ້າມຊາດຈຳນວນຫຼວງຫຼາຍຈຶ່ງພາກັນເວົ້າວ່າ: ການກ້າວໄປໜ້າຮ່ວມກັນກັບຈີນກໍຄືການໄປນຳກັນກັບໂອກາດ, ການລົງທຶນຢູ່ຈີນກໍຄືການລົງທຶນເພື່ອອະນາຄົດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn