ພາສາລາວ

ຂໍ “ເລື່ອງລາວລະຫວ່າງຂ້ອຍກັບຈີນ” ຈາກທົ່ວໂລກ

CRI2024-03-21 15:29:36

ປີ 2024 ແມ່ນປີສ້າງຕັ້ງສາທາລະນະລັດປະຊາຊົນຈີນຄົບຮອບ 75 ປີ. ເພື່ອລົງເລິກການແລກປ່ຽນດ້ານວັດທະນະທຳລະຫວ່າງຈີນກັບຕ່າງປະເທດ, ວິທະຍຸໂທລະພາບສູນກາງຈີນຫຼື CMG ຮ່ວມກັບສື່ມວນຊົນຫຼັກຂອງຕ່າງປະເທດຫຼາຍແຫ່ງ, ໄດ້ເລີ່ມດຳເນີນກິດຈະກຳຂໍເລື່ອງລາວຈາກທົ່ວໂລກພາຍໃຕ້ຫົວຂໍ້ “ປຶ້ມຜ້າແພລອຍຟ້າ: ເລື່ອງລາວລະຫວ່າງຂ້ອຍກັບຈີນ” ໃນວັນທີ 15 ມີນານີ້, ໂດຍໄດ້ເຊີນຊວນໃຫ້ເພື່ອນມິດຕ່າງປະເທດແບ່ງປັນເລື່ອງລາວທີ່ລືມໄດ້ຍາກແລະຄວາມຊົງຈຳທີ່ດີງາມກ່ຽວກັບຈີນແລະໄດ້ເລີ່ມດຳເນີນແຜນການແຮກສ່ຽວໃນທົ່ວໂລກພາຍໃຕ້ຫົວຂໍ້ “ປຶ້ມຜ້າແພລອຍຟ້າ: ເລື່ອງລາວລະຫວ່າງຂ້ອຍກັບຈີນ” ໃນເວລາດຽວກັນ. ໂຮງຮຽນມັດທະຍົມລີນຄອນລັດວໍຊີງຕັນຂອງອາເມຣິກາໃນຖານະເປັນສະມາຊິກງວດທຳອິດໄດ້ເຂົ້າຮ່ວມແຜນການດັ່ງກ່າວ, ແລະໄດ້ຮັບໃບຢ້ັງຢືນ.

ປັດຈຸບັນນີ້, ພວກເຮົາຈິງໃຈເຊີນຊວນໃຫ້ທ່ານມາເຂົ້າຮ່ວມກິດຈະກຳ, ແບ່ງປັນເລື່ອງຈາກລະຫວ່າງທ່ານກັບຈີນໃຫ້ພວກເຮົາຮູ້ໂດຍຜ່ານບົດຄວາມ, ຮູບພາບ, ວິດີໂອສັ້ນແລະໂປສະເຕີກໍໄດ້. ເລື່ອງລາວຂອງທ່ານມີໂອກາດຈະໄດ້ຮັບການຖ່າຍທອດຜ່ານທາງໂທລະພາບແລະໂທລະສັບມືຖືຂອງລາຍການ“ຫາງສຽງຈີນ” ທາງຊ່ອງສາກົນພາສາຈີນຂອງ CMG ເພື່ອໃຫ້ຜູ້ຄົນຫຼາຍກວ່າເກົ່າມາເປັນສັກຂີພິຍານໃຫ້ແກ່ບຸນວາດສະໜາດລະຫວ່າງທ່ານກັບຈີນ. ນັບແຕ່ມື້ນີ້ເປັນຕົ້ນໄປຈົນຮອດທ້າຍເດືອນສິງຫາປີນີ້, ພວກເຮົາຄອງຄອຍທ່ານມາເຂົ້າຮ່ວມກິດຈະກຳ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

ຈາກທົ່ງນາໄປຮອດຫໍສະພາປະຊາຊົນ--ເລື່ອງລາວຂອງທ່ານນາງ ເຢວ້ສຽວຢູນ ແມ່ຄ້າທາງອອນລາຍຂອງຊົນນະບົດ

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ທ່ານສີຈິ້ນຜິງ: ພັດທະນາກຳລັງການຜະລິດໃນຄຸນນະພາບໃໝ່ບໍ່ໝາຍຄວາມວ່າຈະເບິ່ງຂ້າມ ແລະ ປະຖິ້ມອຸດສາຫະກຳເກົ່າ

ສຳນວນທີ່ປະທັບໃຈຂອງທ່ານສີຈິ້ນຜິງໃນກອງປະຊຸມສອງສະພາທີ່ຜ່ານມາ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn