ຜົນການຮ່ວມມືທີ່ອຸດົມສົມບູນໄດ້ສ່ອງແສງເຖິງຄວາມມີຊີວິດຊີວາແຫ່ງການພັດທະນາ ແລະ ຄວາມແຂ່ງແກ່ນໝັ້ນໜຽວຂອງກົນໄກ GMS
ແຕ່ວັນທີ 6-7 ພະຈິກນີ້, ກອງປະຊຸມຜູ້ນຳຄັ້ງທີ 8 ຂອງກົນໄກການຮ່ວມມືເສດຖະກິດອະນຸພາກພື້ນແມ່ນ້ຳຂອງ ຫຼື GMS ໄດ້ຈັດຂຶ້ນຢູ່ນະຄອນຄຸນໝິງແຂວງຢຸນນານຈີນ. ທ່ານຫຼີຊຽງ ນາຍົກລັດຖະມົນຕີຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສວ່າ: ນັບແຕ່ກົນໄກ GMS ສ້າງຕັ້ງຂຶ້ນຕະຫຼອດໄລຍະ 30 ກວ່າປີມານີ້, ກໍໄດ້ນັບມື້ນັບກາຍເປັນເວທີສຳຄັນທີ່ຈີນ ແລະ ປະເທດລຸ່ມແມ່ນ້ຳຂອງເປິກສາຫາລືການຮ່ວມມື ແລະ ຊຸກຍູ້ການພັດທະນາພ້ອມກັນ, ຜົນງານການຮ່ວມມືທີ່ອຸດົມສົມບູນໄດ້ສ່ອງແສງເຖິງຄວາມມີຊີວິດຊີວາແຫ່ງການພັດທະນາ ແລະ ຄວາມແຂງແກ່ນໝັ້ນໜຽວ ຂອງກົນໄກ GMS.
ນັບແຕ່ເລີ່ມຕົ້ນການຮ່ວມມື GMS ເມື່ອປີ 1992 ເປັນຕົ້ນມາ, ຈີນ ແລະ ປະເທດລຸ່ມແມ່ນ້ຳຂອງໄດ້ສຸມໃສ່ການປັບປຸງພື້ນຖານໂຄງລ່າງຂອງພາກພື້ນໃຫ້ດີຂຶ້ນ, ຊຸກຍູ້ການຮ່ວມມືຕົວຈິງໃນຂົງເຂດຕ່າງໆ, ເຊັ່ນ: ການຄ້າ-ການລົງທຶນ,ການສ້າງຄວາມສະດວກໃຫ້ແກ່ການຂົນສົ່ງຂ້າມຊາດ ແລະອື່ນໆມາໂດຍຕະຫຼອດ. ໃນ 6 ເດືອນຕົ້ນປີ 2024, ມູນຄ່າການຄ້າລະຫວ່າງຈີນກັບປະເທດລຸ່ມແມ່ນ້ຳຂອງໄດ້ລື່ນກາຍ 200 ຕື້ໂດລາ, ເພີ່ມຂຶ້ນ 12% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2023.
ໃນດ້ານການປັບປຸງພື້ນຖານໂຄງລ່າງຂອງພາກພື້ນ, ໃນ 10 ປີຜ່ານມາ, ເຄືອຂ່າຍທາງຫຼວງຂອງອະນຸພາກພື້ນແມ່ນ້ຳຂອງໄດ້ເພີ່ມຂຶ້ນປະມາມ 2 ແສນກິໂລແມັດ, ປະລິມານການຂົນສົ່ງທາງບົກໄດ້ເພີ່ມຂຶ້ນເກືອບເທົ່າຕົວ ເຊິ່ງເປັນການຄ້ຳຊູທີ່ແຂງແຮງໃຫ້ແກ່ການພັດທະນາເສດຖະກິດຂອງພາກພື້ນ. ນັບແຕ່ເສັ້ນທາງລົດໄຟຈີນ-ລາວເປີດບໍລິການເມື່ອທ້າຍປີ 2021 ເປັນຕົ້ນມາ, ປະລິມານການຂົນສົ່ງຜູ້ໂດຍສານເຮັດໄດ້ຫຼາຍກວ່າ 41,7 ລ້ານເທື່ອຄົນ, ປະລິມານຂົນສົ່ງສິນຄ້າຮູບປະທຳມີເຖິງ 46,7 ລ້ານໂຕນ, ໃນນັ້ນໄດ້ຂົນສົ່ງສິນຄ້າຂ້າມຊາດເປັນຈຳນວນ 10,7 ລ້ານໂຕນ ເຊິ່ງໄດ້ເພີ່ມພະລັງຂັບເຄື່ອນອັນໃໝ່ໃຫ້ແກ່ຄວາມຈະເລີນຮຸ່ງເຮືອງດ້ານການຄ້າ ແລະ ການພັດທະນາເສດຖະກິດຂອງອະນຸພາກພື້ນແມ່ນ້ຳຂອງ.
ສັນຍາການສ້າງຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າ ແລະ ຂົນສົ່ງໂດຍສານຂ້າມຊາດຢູ່ອະນຸພາກພື້ນແມ່ນ້ຳຂອງ ຫຼື CBTA ທີ່ເລີ່ມທົດລອງປະຕິບັດໃນເດືອນມິຖຸນາປີ 2024 ນີ້ ໄດ້ປະຢັດເວລາ ແລະ ຕົ້ນທຶນການຂົນສົ່ງຜະລິດຕະພັນຂອງປະເທດຕ່າງໆເຂົ້າຈຳໜ່າຍຢູ່ຈີນ. ພາຍໃນຂອບສັນຍາ CBTA, ຂະບວນລົດຈໍລະຈອນສິນຄ້າບໍ່ຕ້ອງປ່ຽນລົດ ບໍ່ຕ້ອງເປີດຫີບ, ກໍສາມາດບັນລຸການຂົນສົ່ງຂ້າມຊາດຢູ່ພາຍໃນອະນຸພາກພື້ນໄດ້, ຂະບວນລົດຂົນສົ່ງສາມາດບັນທຸກຜັກ ວັດສະດຸກໍ່ສ້າງ ແລະ ຜະລິດຕະພັນອື່ນໆຂອງຈີນໄປຈຳໜ່າຍຢູ່ລາວ ແລະ ໄທ, ຈາກນັ້ນກໍສາມາດບັນທຸກຜະລິດຕະພັນກະສິກຳຕ່າງໆ ເຊັ່ນ: ໝາກໄມ້, ກາເຟ ແລະອື່ນໆຂອງລາວ ກຳປູເຈຍ ແລະ ປະເທດອື່ນໆ ກັບຄືນສູ່ປະເທດຈີນ.
ການພັດທະນາວິທະຍາສາດເຕັກໂນໂລຊີຂອງຈີນໃນຂົງເຂດຕ່າງໆກໍໄດ້ນຳເອົາຜົນປະໂຫຍດຕົວຈິງໃຫ້ແກ່ບັນດາປະເທດອ້ອມຂ້າງ. ໃນຊຸມປີມໍ່ໆມານີ້, ວິສາຫະກິດລົດຍົນຕ່າງໆຂອງຈີນ, ເຊັ່ນ: BYD , GWM, GEELY ແລະອື່ນໆໄດ້ພາກັນໄປລົງທຶນສ້າງຖານການຜະລິດຢູ່ໄທ ແລະ ປະເທດອື່ນໆ ເຊິ່ງບໍ່ພຽງແຕ່ໄດ້ຫຼຸດຕົ້ນທຶນການຜະລິດໃຫ້ຕ່ຳລົງ, ແຕ່ຍັງໄດ້ຍົກສູງຄວາມສາມາດການແຂ່ງຂັນຂອງຜະລິດຕະພັນອີກດ້ວຍ. ສຳລັບທຸລະກິດຢູ່ຕ່າງປະເທດຂອງບໍລິສັດຜະລິດໝໍ້ໄຟທີ່ ຊື່ດັງຂອງຈີນ, ເຊັ່ນ: CATL, SVOLT ແລະອື່ນໆ ກໍໄດ້ເລັ່ງລັດຈັດຕັ້ງການຜະລິດຢູ່ໄທ ກຳປູເຈຍ ແລະ ປະເທດອື່ນໆ. ໃນດ້ານການຜະລິດໄຟຟ້າດ້ວຍພະລັງງານແສງຕາເວັນ, ຫວຽດນາມໄດ້ເຜີຍແຜ່ “ແຜນພັດທະນາພະລັງງານໄຟຟ້າສະບັບທີ 8” ໂດຍມີແຜນຈະເພີ່ມທະວີການຮ່ວມມືກັບບໍລິສັດຜະລິດໄຟຟ້າພະລັງງານແສງຕາເວັນຂອງຈີນ ແລະ ມີເປົ້າໝາຍວ່າ ເມື່ອຮອດປີ 2030 ຈະພັດທະນາໂຮງງານຜະລິດໄຟຟ້າພະລັງງານແສງຕາເວັນ ແລະ ພະລັງງານແບບເກັບສະສົມໃຫ້ມີຈຳນວນເພີ່ມຂຶ້ນຢ່າງຫຼວງຫຼາຍ. ວິສາຫະກິດພະລັງງານໃໝ່ຂອງຈີນກໍຕັ້ງໜ້າຮ່ວມມືກັບວິສາຫະກິດຂອງປະເທດລຸ່ມແມ່ນ້ຳຂອງ, ໄປລົງທຶນສ້າງໂຮງງານຢູ່ປະເທດທີ່ກ່ຽວຂ້ອງ, ສ້າງຜະລິດຕະພັນໃໝ່, ປະກອບສ່ວນເຂົ້າໃນການຫັນປ່ຽນຮູບແບບການພັດທະນາຕາມທິດສີຂຽວຢູ່ປະເທດລຸ່ມແມ່ນ້ຳຂອງ.
ທຸກວັນນີ້, ເມື່ອຍ່າງເລາະຫຼິ້ນຕາມຖະໜົນຕ່າງໆໃນນະຄອນຄຸນໝິງທະດສະບານແຂວງຢຸນນານຈີນ, ຈະໄດ້ກິ່ນຫອມໝາກນາວຈາກຮ້ານອາຫານໄທ ຫຼື ກິ່ນຫອມກາເຟຈາກລາວ; ຢູ່ໃນຕະຫຼາດຂອງລາວ ໄທ ແລະປະເທດອື່ນໆ, ກໍສາມາດພົບເຫັນສິນຄ້າຄຸນນະພາບດີ ແລະ ລາຄາຖືກຂອງຈີນຢູ່ເລື້ອຍໆ. ນັບແຕ່ການສ້າງຕັ້ງກົນໄກການຮ່ວມມື GMS ເປັນຕົ້ນມາ, ການຮ່ວມມືພາກພື້ນໄດ້ຮັບຄວາມຄືບໜ້າໃໝ່ຢ່າງບໍ່ຢຸດຢັ້ງ. ໃນກອງປະຊຸມຜູ້ນຳຄັ້ງທີ 8 ຂອງກົນໄກ GMS, ຝ່າຍຕ່າງໆທີ່ເຂົ້າຮ່ວມກອງປະຊຸມໄດ້ໃຫ້ຄຳເຫັນຢ່າງເປັນເອກະພາບກັນວ່າ, ຍິນດີສຸມຄວາມພະຍາຍາມຮ່ວມກັນ, ເພີ່ມທະວີການແລກປ່ຽນ ແລະ ເຊື່ອມຕໍ່ຍຸດທະສາດການພັດທະນາຂອງປະເທດໃນພາກພື້ນ, ຊຸກຍູ້ໃຫ້ເສດຖະກິດພາກພື້ນເຊື່ອມໂຍງເຂົ້າກັນ ແລະ ການພັດທະນາແບບກວມລວມ ແລະ ຍືນຍົງຂອງບັນດາປະເທດໃນອະນຸພາກພື້ນແມ່ນ້ຳຂອງ, ຊຸກຍູ້ໃຫ້ການສ້າງປະຊາຄົມຮ່ວມຊາຕາກຳຂອງປະເທດໃນພາກພື້ນລົງສູ່ລວງເລິກຢ່າງບໍ່ຢຸດຢັ້ງ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ມະນຸດເກັບຕົວຢ່າງຢູ່ໜ້າດິນດາວອັງຄານຄັ້ງທຳອິດຈະດຳເນີນຄືແນວໃດ?
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved