ໃນສາມໄຕມາດປີ 2024 ມູນຄ່າການຄ້າຂາເຂົ້າຂາອອກກັບ 5 ປະເທດລຽບຕາມແມ່ນ້ຳຂອງຂອງແຂວງຢຸນນານຈີນຫຼາຍກວ່າ 78 ຕື້ຢວນ
ດ່ານພາສີຂອງນະຄອນຄຸນໝິງເປີດເຜີຍຂໍ້ມູນໃຫ້ເຫັນວ່າ: ໃນສາມໄຕມາດປີ 2024 ນີ້, ແຂວງຢຸນນານມີຍອດມູນຄ່າການຄ້າຂາເຂົ້າຂາອອກກັບ 5 ປະເທດລຽບຕາມແມ່ນ້ຳຂອງ ຄື: ລາວ, ກຳປູເຈຍ, ມຽນມາ, ໄທແລະຫວຽດນາມເຖິງ 78,92ຕື້ຢວນ, ໄດ້ກວມຍອດມູນຄ່າການຄ້າຂາເຂົ້າຂາອອກກັບ 10 ປະເທດອາຊຽນ 93,7%. ໃນນັ້ນ, ມີຍອດມູນຄ່າຂາອອກ 28,89 ຕື້ຢວນ, ຂາເຂົ້າ 50,03 ຕື້ຢວນ
ຜະລິດຕະພັນກະສິກຳ, ຜະລິດຕະພັນກົນຈັກເອເລັກໂຕຣນິກຂອງແຂວງຢຸນນານໄດ້ຮັບຄວາມນິຍົມຫຼາຍຈາກ 5 ປະເທດລຽບຕາມແມ່ນ້ຳຂອງ, ພ້ອມກັນນັ້ນ, ຜະລິດຕະພັນກະສິກຳແລະຜະລິດຕະພັນບໍ່ແຮ່ທີ່ຜະລິດຢູ່ 5 ປະເທດລຽບຕາມແມ່ນ້ຳຂອງກໍໄດ້ຕອບສະໜອງຄວາມຕ້ອງການດ້ານຊີວິດການເປັນຢູ່ຂອງຜູ້ບໍລິໂພກຈີນແລະຄວາມຕ້ອງການດ້ານການຜະລິດຂອງວິສາຫະກິດຈີນເປັນຢ່າງດີ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved