ຈີນຮຽກຮ້ອງໃຫ້ຟີລິບປິນຈົ່ງຖອນກຳປັ່ນທີ່ຄ້າງຢູ່ຫາດຕື້ນຊຽນປິ່ນຂອງຈີນຢ່າງຜິດກົດໝາຍອອກໄປໃນທັນທີ
ວັນທີ 2 ກັນຍານີ້, ທ່ານນາງມາວນິງ ໂຄສົກະຊວງການຕ່າງປະເທດຈີນໄດ້ຈັດກອງປະຊຸມຖະແຫຼງຂ່າວ, ມີນັກຂ່າວຖາມກ່ຽວກັບກຳປັ່ນຟີລິບປິນໄດ້ລ່ວງລ້ຳເຂົ້າໄປຫາດຕື້ນຊຽນປິ່ນຂອງຈີນ.
ທ່ານນາງມາວນິງຕອບວ່າ: ກ່ອນອື່ນໝົດ, ຫາດຕື້ນຊຽນປິ່ນແມ່ນພາກສ່ວນໜຶ່ງຂອງໝູ່ເກາະໜານຊາຂອງຈີນ. ກຳປັ່ນຕຳຫຼວດທະເລຟີລິບປິນທີ່ຄ້າງຢູ່ກາງຫາດຕື້ນຊຽນປິ່ນຢ່າງຜິດກົດໝາຍໃນວັນທີ 31 ສິງຫາຜ່ານມາ ໄດ້ຕັ້ງໃຈຕຳກຳປັ່ນຕຳຫຼວດທະເລຈີນທີ່ປົກປ້ອງສິດຢູ່ກັບທີ່ ດ້ວຍວິທີອັນຕະລາຍແບບບໍ່ຖືກຕ້ອງຕາມຫຼັກວິຊາການ. ຈີນໄດ້ປະຕິບັດມາດຕະການຮັບມືທີ່ຈຳເປັນຕາມກົດໝາຍ, ຊອບທຳ ແລະ ໂຕ້ຖຽງບໍ່ໄດ້.
ການກະທຳທີ່ກ່ຽວຂ້ອງຂອງຟີລິບປິນໄດ້ລ່ວງລ້ຳອະທິປະໄຕຂອງຈີນຢ່າງໜັກໜ່ວງ, ໄດ້ລ່ວງລະເມີດກົດໝາຍສາກົນ ແລະ “ຖະແຫຼງການແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຈີນໃຕ້” ຫຼື DOC. ຈີນຮຽກຮ້ອງໃຫ້ຟີລິບປິນຈົ່ງຖອນກຳປັ່ນທີ່ຄ້າງຢູ່ຫາດຕື້ນຊຽນປິ່ນຂອງຈີນຢ່າງຜິດກົດໝາຍອອກໄປໃນທັນທີ, ຍຸດຕິການລ່ວງລ້ຳສິດອະທິປະໄຕຂອງຈີນ ແລະ ການທ້າທາຍເກາະຜິດໃນທັນທີ. ຈີນຈະສືບຕໍ່ປະຕິບັດມາດຕະການທີ່ເດັດດ່ຽວຕາມກົດໝາຍຕໍ່ໄປ ເພື່ອປົກປ້ອງອະທິປະໄຕທາງດິນແດນ, ສິດ ແລະ ຜົນປະໂຫຍດທາງທະເລຂອງຕົນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນະຄອນອູຣຸມຊີເຂດຊິນຈ່ຽງຈີນຈັດເທດສະການລະດູທ່ອງທ່ຽວ ແລະ ວັດທະນະທໍາ
ໂຄງການ “ສວນເຕັກໂນໂລຊີຈີນ-ອາຟຣິກາ” ໄດ້ຖ່າຍທອດບົດຮຽນໄປຮອດອາຟຣິກາ
ຈີນປະກາດບົດລາຍງານກວດລະບົບນິເວດຂອງຫີນປະກາລັງຫາດຊ່ຽນປ່ິນເປັນເທື່ອທຳອິດ
ໄປກິນກາເຟຢູ່ “ບ້ານກາເຟແຫ່ງທີໜຶ່ງຂອງຈີນ”
ທາງລົດໄຟຈີນ-ລາວກາຍເປັນເສັ້ນຄຳດ້ານການຂົນສົ່ງຜັກແລະໝາກໄມ້ສົດ
ນາຍົກຟີຈີ: ເຫັນດີນຳແນວຄິດປະຊາຄົມຮ່ວມຊາຕາກຳຂອງມວນມະນຸດ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved