ເຮືອຕຳຫຼວດທະເລຟິລິບປິນລ່ວງເຂົ້າຫາດຕື້ນເຢີນອ້າຍຂອງຈີນຢ່າງຜິດກົດໝາຍ
ທ່ານກ່ານຢີ ໂຄສົກກອງບັນຊາການຕຳຫຼວດທາງທະເລຂອງຈີນ ໄດ້ຖະແຫຼງຂ່າວຕໍ່ກໍລະນີທີ່ເຮືອຕຳຫຼວດທະເລຂອງຟິລິບປິນລ່ວງເຂົ້າຫາດຕື້ນເຢີນອ້າຍຂອງຈີນຢ່າງຜິດກົດໝາຍ.
ທ່ານກ່ານຢີກ່າວວ່າ: ເວລາ 6 ໂມງຂອງວັນທີ 19 ສິງຫານີ້, ເຮືອຕຳຫຼວດທະເລເລກ 4410 ຂອງຟິລິບປິນໄດ້ລ່ວງເຂົ້າເຂດທະເລໃກ້ຫາດຕື້ນຊ່ຽນປິ່ນ ໝູ່ເກາະໜານຊ່າຂອງຈີນຢ່າງຜິດກົດໝາຍ ແຕ່ຖືກເຮືອຕຳຫຼວດທະເລຂອງຈີນສະກັດກັ້ນ. ຫຼັງຈາກນັ້ນ, ເຮືອຕຳຫຼວດທະເລດັ່ງກ່າວຂອງຟິລິບປິນບໍ່ຫົວຊາຕໍ່ການກ່າວເຕືອນຫຼາຍເທື່ອ ແລະ ການຄວບຄຸມເສັ້ນທາງເດີນເຮືອຂອງຝ່າຍຈີນ ໄດ້ລ່ວງເຂົ້າເຂດທະເລໃກ້ຫາດຕື້ນເຢີນອ້າຍ ໝູ່ເກາະໜານຊ່າຂອງຈີນຢ່າງຜິດກົດໝາຍອີກ. ຕຳຫຼວດທະເລຂອງຈີນກໍໄດ້ໃຊ້ມາດຕະການຄວບຄຸມຕໍ່ເຮືອຂອງຝ່າຍຟິລິບປິນຕາມລະບຽບກົດໝາຍ.
ຝ່າຍຟິລິບປິນທ້າທາຍເກາະຜິດເທື່ອແລ້ວເທື່ອອີກ, ລະເມີດການຈັດວາງຊົ່ວຄາວລະຫວ່າງຈີນ-ຟິລິບປິນກ່ຽວກັບການຂົນສົ່ງວັດຖຸຮັບໃຊ້ຊີວິດການເປັນຢູ່ໃຫ້ແກ່ເຮືອຂອງຟິລິບປິນທີ່ຕັ້ງໃຈເຂົ້າໄປຄ້າງຢູ່ຫາດຕື້ນເຢີນອ້າຍຢ່າງຜິດກົດໝາຍ, ໄດ້ລ່ວງລ້ຳອະທິປະໄຕຂອງຈີນຢ່າງໜັກໜ່ວງ, ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງພາກພື້ນຢ່າງໜັກໜ່ວງ. ຈີນເຕືອນໃຫ້ຟິລິບປິນຈົ່ງຍຸດຕິການທ້າທາຍເກາະຜິດ ແລະ ລ່ວງລ້ຳອະທິປະໄຕຂອງຈີນໃນທັນທີ, ຖ້າບໍ່ດັ່ງນັ້ນກໍຈະຕ້ອງແບກຫາບຜົນຢ້ອນຫຼັງທີ່ຕາມມາທັງໝົດ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນັກຮຽນຣັດເຊຍສຳຜັດກັບມົນສະເໜ່ທາງວັດທະນະທຳທີ່ເປັນມູນເຊື້ອຂອງຈີນ
ອັດງານກິລາໂອລິມປິກລະດູຮ້ອນຄັ້ງທີ 33 ຢູ່ປາຣີ
ທ່ານ ວາງອູຊ່ານ ຜູ້ຫຼົງໄຫຼໃນການປູກຕົ້ນໄມ້ ເພື່ອຫົ່ມເສື້ອສີຂຽວໃຫ້ພູຮົກຮ້າງ 80 ກວ່າເຮັກຕາ
ນ້ຳໃຈຮັກຊາດ ແລະ ຮັກຄອບຄົວຢ່າງດູດດື່ມ
ໄຂງານຫຼິ້ນນໍ້າຢູ່ບໍ່ນໍ້າອຸ່ນ 7 ເທວະດາແຂວງໄຫຫຼຳາປີ 2024
ການເປີດບໍລິການທາງລົດໄຟຈີນ-ລາວຊຸກຍູ້ການພັດທະນາຊັບພະຍາກອນມະນຸດທາງລົດໄຟຂອງລາວ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved