ພາສາລາວ

ເສດຖະກິດລາວຈະເຕີບໂຕໃນລະດັບ 4% ລະຫວ່າງປີ 2024 ຫາ 2025

cri2024-05-07 14:36:17

ທະນາຄານພັດທະນາອາຊີຫຼື ADB ໄດ້ເປີດເຜີຍບົດລາຍງານສະບັບຫຼ້າສຸດຊີ້ໃຫ້ເຫັນວ່າ: ຍ້ອນໄດ້ຮັບການຊຸກຍູ້ສົ່ງເສີມຈາກປັດໄຈພາຍນອກດ້ານຄວາມຕ້ອງການການຄ້າ ແລະ ການທ່ອງທ່ຽວ, ຄາດຄະເນວ່າປີ 2024 ແລະ ປີ 2025 ເສດຖະກິດລາວຈະຄ່ອຍໆຈະເລີນເຕີບໂຕຂຶ້ນ.

ບົດລາຍງານ “ຈ້ອງມອງເບິ່ງການພັດທະນາຂອງອາຊີປະຈຳເດືອນເມສາ 2024” ຂອງທະນາຄານພັດທະນາອາຊີຄາດວ່າ: ລວມຍອດຜະລິດຕະພັນພາຍໃນ ຫຼື GDP ຂອງລາວໃນປີ 2024 ແລະ 2025 ຈະເຕີບໂຕ 4%. ການເຕີບໂຕຂອງຂະແໜງການບໍລິການຈະໄດ້ຮັບການຄ້ຳຊູຈາກຄວາມຕ້ອງການພາຍນອກ, ຄາດວ່າໃນປີ 2024, ຍ້ອນໄດ້ຮັບການຊຸກຍູ້ສົ່ງເສີມຈາກດ້ານພື້ນຖານໂຄງລ່າງເຊື່ອມຈອດກັນ ແລະ ປັບປຸງດີຂຶ້ນ, ນັກທ່ອງທ່ຽວຕ່າງປະເທດທີ່ໄປທ່ຽວປະເທດລາວຈະບັນລຸເຖິງ 4,2 ລ້ານເທື່ອຄົນ.

ແຕ່ວ່າ, ຄວາມກົດດັນດ້ານເສດຖະກິດມະຫາພາກຍັງຈະສ້າງສິ່ງທ້າທາຍຕໍ່ເສດຖະກິດຂອງລາວໃນອະນາຄົດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ສື່ມວນຊົນຝຣັ່ງລົງບົດຄວາມຂອງທ່ານສີຈິ້ນຜິງ

ຄວາມສວຍງາມກາຍເປັນລາຍຮັບ ດອກໂບຕັນໄດ້ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດ

ພົບກັບທ່ານ ສີຈິ້ນຜິງ ຂ້າພະເຈົ້າກຳລັງພິຈາລະນາຂຽນປື້ມກ່ຽວກັບຄວາມຊົງຈຳຂອງພວກ ເຮົາ

ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດປັກກິ່ງປີ 2024

ການຮ່ວມມືດ້ານພະລັງງານສະອາດລະຫວ່າງຈີນ-ລາວນຳເອົາໂອກາດພັດທະນາສີຂຽວໃຫ້ແກ່ປະເທດລາວ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn