ພາສາລາວ

ແຜນການປ້ອງກັນໃໝ່ຂອງນາໂຕຕ້ອງການງົບປະມານເກືອບເຖິງ 3% ຂອງ GDP ຂອງບັນດາປະເທດພັນທະມິດ

cri2024-11-26 15:07:21

ວັນທີ 25 ພະຈິກນີ້, ທ່ານຣົບ ບາວເອີ ປະທານຄະນະກຳມະການການທະຫານນາໂຕກ່າວວ່າ: ການປະຕິບັດແຜນການປ້ອງກັນໃໝ່ຂອງນາໂຕຕ້ອງການ ງົບປະມານສູງເຖິງເກືອບເທົ່າກັບ 3% ຂອງ GDP ຂອງບັນດາປະເທດພັນທະມິດຂອງນາໂຕ, ຫາກບໍ່ແມ່ນ 2%.

ເມື່ອ 10 ປີກ່ອນ, ນາໂຕໄດ້ຕັ້ງເປົ້າໝາຍງົບປະມານລາຍຈ່າຍປ້ອງກັນຂອງຕົນຄື 2% ຂອງ GDP. ປີ 2014, ມີແຕ່ 3 ປະເທດສະມາຊິກບັນລຸເຖິງເປົ້າໝາຍດັ່ງກ່າວ.ແຕ່ປັດຈຸບັນ, ໃນ 32 ປະເທດສະມາຊິກນາໂຕ, ຄາດວ່າມີຫຼາຍກວ່າ 2 ສ່ວນ 3 ທີ່ບັນລຸ ຫຼື ລື່ນກາຍເປົ້າໝາຍດັ່ງກ່າວແລ້ວ.

ຕາມຂ່າວແຈ້ງວ່າ: ຍອດງົບປະມານລາຍຈ່າຍທາງການທະຫານຂອງນາໂຕໄດ້ເພີ່ມຂຶ້ນ 11% ໃນປີ 2024 ເຊິ່ງສູງກວ່າ 3% ຂອງປີ 2023 ຢ່າງຫຼວງຫຼາຍ. ງົບປະມານລາຍຈ່າຍທາງການທະຫານຂອງປະເທດສະມາຊິກເອີຣົບຂອງນາໂຕໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ ເຊິ່ງໄດ້ເພີ່ມຂຶ້ນ 19% ໃນຕົວຈິງໃນປີ 2024, ຈັງຫວະການເຕີບໂຕໃນປີ 2023 ໄດ້ບັນລຸເຖິງ 9%, ສ່ວນກ່ອນໜ້ານີ້ໄດ້ເພີ່ມຂຶ້ນພຽງ 3% ສະເລ່ຍຕໍ່ປີ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ປ່ຽນໜ່ວຍພູທີ່ເຄີຍເປັນບ່ອນຂຸດຄົ້ນແຮ່ໃຫ້ກາຍເປັນຈຸດເຊັກອິນທາງການທ່ອງທ່ຽວແຫ່ງໃໝ່

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

ທ່ານສີຈິ້ນຜິງ ກ່າວວ່າ: ຂະບວນການລຶບລ້າງຄວາມທຸກຍາກຂອງຈີນສະແດງໃຫ້ເຫັນວ່າ, ບັນຫາທຸກຍາກຂອງປະເທດພວມພັດທະນາແມ່ນສາມາດແກ້ໄຂໄດ້

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn