ພາສາລາວ

ເຈົ້າຄອງນະຄອນຣີໂອເດີຈາເນໂຣຂອງເບຣຊິນພົບປະກັບຜູ້ອໍານວຍການໃຫຍ່ CMG

CRI2024-11-20 11:05:30

ວັນທີ 19 ພະຈິກນີ້ຢູ່ຫໍປະຊຸມອົງການປົກຄອງນະຄອນຣີໂອເດີຈາເນໂຣຂອງເບຣຊິນ, ທ່ານ ປາເອສ ເຈົ້າຄອງນະຄອນຣີໂອເດີຈາເນໂຣໄດ້ພົບປະກັບທ່ານ ເຊີ້ນໄຫສົງ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກຄອມມູນິດຈີນ, ຜູ້ອໍານວຍການໃຫຍ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG. ສອງຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງກ່ຽວກັບການລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແລະ ຊຸກຍູ້ໄມຕີຈິດມິດຕະພາບລະຫວ່າງຈີນ-ເບຣຊິນ.

ໃນໂອກາດນີ້, ທ່ານ ເຊີ້ນໄຫສົງ ກ່າວວ່າ: CMG ຈະຖືເອົາກອງປະຊຸມສຸດຍອດກຸ່ມ G20 ຄັ້ງທີ 19 ແລະ ການສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ເບຣຊິນຄົບຄອບ 50 ປີເປັນໂອກາດທີ່ສໍາຄັນ, ລົງເລິກການແລກປ່ຽນ ແລະ ການຮ່ວມມືດ້ານວັດທະນະທໍາກັບນະຄອນຣີໂອເດີຈາເນໂຣ ເພື່ອຊຸກຍູ້ໃຫ້ມິດຕະພາບຈີນ-ເບຣຊິນສືບຕໍ່ໄດ້ຮັບການຍົກລະດັບສູງຂຶ້ນຢ່າງຕໍ່ເນື່ອງ.

ທ່ານ ປາເອສ ໄດ້ສະແດງຄວາມຊົມເຊີຍ ແລະ ຄວາມຂອບໃຈຕໍ່ CMG ທີ່ໄດ້ປະກອບສ່ວນເຂົ້າໃນການສົ່ງເສີມມິດຕະພາບລະຫວ່າງເບຣຊິນ-ຈີນໃນຮອບຫຼາຍປີຜ່ານມາ, ພ້ອມທັງໄດ້ມອບ “ກະແຈເມືອງ”ຂອງນະຄອນຣີໂອເດີຈາເນໂຣໃຫ້ແກ່ທ່ານ ເຊີ້ນໄຫສົງ ເພື່ອສະແດງຄວາມຂອບໃຈ ແລະ ຄວາມເຄົາລົບນັບຖືຂອງອົງການປົກຄອງ ແລະ ຊາວນະຄອນຣີໂອເດີຈາເນໂຣທີ່ມີຕໍ່ CMG ກໍຄືຜູ້ອໍານວຍການໃຫຍ່ CMG.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ທ່ານສີຈິ້ນຜິງ ກ່າວວ່າ: ຂະບວນການລຶບລ້າງຄວາມທຸກຍາກຂອງຈີນສະແດງໃຫ້ເຫັນວ່າ, ບັນຫາທຸກຍາກຂອງປະເທດພວມພັດທະນາແມ່ນສາມາດແກ້ໄຂໄດ້

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn