ທ່ານສີຈິ້ນຜິງເຂົ້າຮ່ວມກອງປະຊຸມຜູ້ນຳເສດຖະກິດ APEC ຄັ້ງທີ31ແລະກ່າວຄຳປາໄສສຳຄັນ
ຕອນເຊົ້າວັນທີ 16 ພະຈິກນີ້ ຕາມເວລາທ້ອງຖິ່ນ, ກອງປະຊຸມຜູ້ນຳເສດຖະກິດອົງການຮ່ວມມືເສດຖະກິດອາຊີປາຊີຟິກຫຼື APEC ຄັ້ງທີ31 ໄດ້ຈັດຂຶ້ນຢູ່ສູນປະຊຸມລີມາ ປະເທດເປຣູ. ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ເຂົ້າຮ່ວມກອງປະຊຸມ ແລະ ກ່າວຄຳປາໄສສຳຄັນໃນຫົວຂໍ້ວ່າ: “ຮ່ວມກັນແບກຫາບໜ້າທີ່ຮັບຜິດຊອບທາງຍຸກສະໄໝ ຮ່ວມກັນສົ່ງເສີມການພັດທະນາອາຊີປາຊີຟິກ”.
ໃນໂອກາດກ່າວຄຳປາໄສ, ທ່ານສີຈິ້ນຜິງໄດ້ມີຂໍ້ສະເໜີ 3 ຂໍ້ຄື: ໜຶ່ງ, ສ້າງສະພາບການຮ່ວມມືອາຊີປາຊີຟິກທີ່ເປີດກວ້າງແລະເຊື່ອມໂຍງເຊື່ອມຈອດກັນ. ສອງ, ບົ່ມເພາະແຮງຂັບເຄື່ອນການເຕີບໂຕຂອງອາຊີປາຊີຟິກຕາມທິດສີຂຽວແລະປະດິດສ້າງ. ສາມ, ສ້າງແນວຄິດການພັດທະນາອາຊີປາຊີຟິກທີ່ໃຫ້ຜົນປະໂຫຍດຢ່າງຖົ່ວເຖິງແລະກວມລວມຢ່າງໜັກແໜ້ນ.
ກອງປະຊຸມຄັ້ງນີ້ແມ່ນຈັດຂຶ້ນພາຍໃຕ້ການເປັນປະທານຂອງທ່ານນາງ ດີນາ ໂບລູອາເຕ ປະທານາທິບໍດີເປຣູ ໂດຍມີຫົວຂໍ້ຫຼັກວ່າ “ສ້າງຄວາມເຂັ້ມແຂງ, ກວມລວມ ແລະ ການເຕີບໂຕ”.
ກອງປະຊຸມໄດ້ເຜີຍແຜ່ເອກະສານຜົນງານສາມສະບັບຄື ຖະແຫຼງການມາຊູປີຊູຂອງຜູ້ນຳອົງການຮ່ວມມືເສດຖະກິດອາຊີປາຊີຟິກ2024, ຖະແຫຼງການວ່າດ້ວຍວິໄສທັດໃໝ່ແຫ່ງວາລະເຂດການຄ້າເສລີອາຊີປາຊີຟິກ ແລະ ແຜນການລີມາວ່າດ້ວຍການຊຸກຍູ້ການຫັນປ່ຽນສູ່ຄວາມເປັນລະບຽບແບບແຜນ ແລະ ເສດຖະກິດໂລກ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ
ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved