ທ່ານສີຈິ້ນຜິງກ່າວຄຳປາໄສຕໍ່ກອງປະຊຸມສຸດຍອດຜູ້ນຳອຸດສາຫະກຳການຄ້າ APEC
ຕອນເຊົ້າວັນທີ 15 ພະຈິກນີ້ຕາມເວລາທ້ອງຖິ່ນ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ກ່າວຄຳປາໄສທີ່ຜາດຫົວຂໍ້ວ່າ “ກຳແໜ້ນທ່ວງທ່າຍຸກສະໄໝ, ຮ່ວມກັນຊຸກຍູ້ຄວາມຈະເລີນຮຸ່ງເຮືອງຂອງໂລກ” ຕໍ່ກອງປະຊຸມສຸດຍອດຜູ້ນຳອຸດສາຫະກຳການຄ້າອົງການຮ່ວມມືເສດຖະກິດອາຊີປາຊີຟິກ ຫຼື APEC ທີ່ຈັດຂຶ້ນຢູ່ນະຄອນຫຼວງລີມາ ປະເທດເປຣູ.
ທ່ານສີຈິ້ນຜິງຊີ້ອອກວ່າ: ເສດຖະກິດໂລກາພິວັດເປັນຄວາມຕ້ອງການແບບພາວະວິໄສຂອງການພັດທະນາກຳລັງການຜະລິດ ແລະ ຜົນທີ່ຕ້ອງເປັນໄປ ຂອງຄວາມກ້າວໜ້າຂອງວິທະຍາສາດເຕັກໂນໂລຊີ. ຕ້ອງນຳພາທິດທາງເສດຖະກິດໂລກາພິວັດຢ່າງຖືກຕ້ອງ, ຮ່ວມກັນຊຸກຍູ້ເສດຖະກິດໂລກາພິວັດທີ່ເປີດກວ້າງ ແລະ ເອື້ອປະໂຫຍດຕໍ່ທຸກຝ່າຍ, ຊຸກຍູ້ເສດຖະກິດໂລກາພິວັດໃຫ້ເຂົ້າສູ່ໄລຍະໃໝ່ທີ່ມີຊີວິດຊີວາ, ກວມລວມ ແລະ ແບບຍືນຍົງຫຼາຍກວ່າເກົ່າ, ສ້າງຜົນປະໂຫຍດໃຫ້ແກ່ປະເທດ ແລະ ກຸ່ມຄົນຕ່າງໆໃຫ້ຫຼາຍກວ່າເກົ່າ.
ທ່ານສີຈິ້ນຜິງເນັ້ນໜັກວ່າ: ການພັດທະນາຂອງຈີນຈະປັດສະຈາກອາຊີປາຊີຟິກບໍ່ໄດ້ ແລະ ການພັດທະນາຂອງຈີນກໍຈະສ້າງຄວາມຜາສຸກໃຫ້ແກ່ອາຊີປາຊີຟິກຕື່ມອີກ. ຂໍພຽງແຕ່ພວກເຮົາປະຕິບັດຕາມຈິດໃຈເປີດປະຕູສູ່ພາຍນອກ ແລະ ເຊື່ອມໂຍງເຊື່ອມຈອດກັນ, ມະຫາສະໝຸດປາຊີຟິກກໍຈະສາມາດກາຍເປັນຊ່ອງທາງແຫ່ງການຊຸກຍູ້ຄວາມຈະເລີນຮຸ່ງເຮືອງ ແລະ ການພັດທະນາ. ພວກເຮົາຈົ່ງເພີ່ມທະວີຄວາມສາມັກຄີ ແລະ ການຮ່ວມມື, ຮ່ວມກັນຮັບມືກັບສິ່ງທ້າທາຍທີ່ມີລັກສະນະທົ່ວໂລກ, ເຕົ້າໂຮມພະລັງແຮງອັນໃຫຍ່ຫຼວງກວ່າເກົ່າ ເພື່ອຊຸກຍູ້ຄວາມຈະເລີນຮຸ່ງເຮືອງຮ່ວມກັນຂອງໂລກ ແລະສ້າງອະນາຄົດຂອງມວນມະນຸດໃຫ້ດີງາມກວ່າເກົ່າ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ
ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15
10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ
ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ
ການສຳພາດປະທານາທິບໍດີແຟງລັງ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved