ພາສາລາວ

ການສຳຫຼວດຄວາມເຫັນຂອງCGTNສະແດງໃຫ້ເຫັນວ່າ:ຈີນເຄື່ອນໄຫວຈີນຊຸກຍູ້ການປັບປຸງສະພາບດິນຟ້າອາກາດໂລກ ຜູ້ຕອບແບບສອບຖາມຫຼາຍກວ່າ 80% ຍ້ອງຍໍຊົມເຊີຍຕໍ່ການປະກອບສ່ວນຂອງຈີນ

CRI2024-11-15 15:11:51

ຫວ່າງມໍ່ໆມານີ້, ໂທລະພາບສາກົນຈີນ ຫຼື CGTN ຂອງວິທະຍຸໂທລະພາບສູນກາງຈີນ ຫຼື CMG ຮ່ວມກັບມະຫາວິທະຍາໄລເຢິນມິນຈີນໄດ້ດຳເນີນການສຳຫຼວດຄວາມເຫັນຂອງບຸກຄົນທີ່ມາຈາກ 38 ປະເທດໃນທົ່ວໂລກຈຳນວນ7.658 ຄົນ ໂດຍສະແດງໃຫ້ເຫັນວ່າ: ຜູ້ຕອບແບບສອບຖາມກວມ 83,5% ໄດ້ຕີລາຄາຕໍ່ຄວາມພະຍາຍາມ ແລະ ການປະກອບສ່ວນຢ່າງຕັ້ງໜ້າຂອງຈີນເຂົ້າໃນການປັບປຸງສະພາບດິນຟ້າອາກາດໂລກ.

ຜົນການສຳຫຼວດຄວາມຄິດເຫັນເທື່ອນີ້,ຜູ້ຕອບແບບສອບຖາມທົ່ວໂລກກວມ 82,6% ເຫັນວ່າ:ຄວາມພະຍາຍາມທີ່ຈີນຊ່ວຍເຫຼືອປະເທດພວມພັດທະນາໃຫ້ຮັບມືກັບການປ່ຽນແປງຂອງດິນຟ້າອາກາດມີລັກສະນະຕັ້ງໜ້າ,ສ່ວນຜູ້ຕອບແບບສອບຖາມກວມ 82,7% ເຫັນວ່າຈີນໄດ້ສະໜອງສະຕິປັນຍາແລະ ແຜນການຂອງຈີນເພື່ອການປັບປຸງສະພາບດິນຟ້າອາກາດໂລກ.

ຜູ້ຕອບແບບສອບຖາມໃນການສຳຫຼວດຄວາມເຫັນເທື່ອນີ້ແມ່ນມາຈາກປະເທດທີ່ພັດທະນາແລ້ວ ເຊັ່ນ: ອາເມຣິກາ,ເຢຍລະມັນ, ຍີ່ປຸ່ນ ແລະ ປະເທດອື່ນໆ ຍັງລວມທັງຜູ້ຕອບແບບສອບຖາມທີ່ມາຈາກປະເທດພວມພັດທະນາ ເຊັ່ນ:ອາກຊັງຕິນ, ອິນເດຍ, ເຄັນຢາ ແລະປະເທດອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn