ພາສາລາວ

“ປະຊາຊົນຢູ່ທີ່ແຫ່ງນີ້ເອີ້ນຄົນຈີນຢ່າງສະໜິດສະໜົມວ່າ ‘ພີ່ນ້ອງ’”

cri2024-11-15 11:47:34

ວັນທີ 14ພະຈິກ2024, ເນື່ອງໃນໂອກາດທ່ານສີຈິ້ນຜິງ ປະທານປະເທດຈີນ ເດີນ ທາງໄປເຖິງນະຄອນຫຼວງລີມາປະເທດເປຣູ ເພື່ອຢ້ຽມຢາມເປຣູທາງ ລັດຖະກິດ ແລະ ເຂົ້າຮ່ວມກອງປະຊຸມບໍ່ເປັນທາງການຂອງຜູ້ນຳອົງການ ຮ່ວມມືເສດຖະກິດອາຊີປາຊີຟິກຫຼືAPECຄັ້ງທີ31, ໜັງສືພິມ El Peruano ຂອງເປຣູໄດ້ລົງພິມບົດຄວາມຂອງທ່ານສີຈິ້ນຜິງທີ່ພາດຫົວເລື່ອງວ່າ: “ເຮັດໃຫ້ເຮືອມິດຕະ ພາບຈີນ-ເປຣູເດີນທາງກ້າວໄປຂ້າງໜ້າຢ່າງບໍ່ຢຸດຢັ້ງ”.

ບົດຄວາມຂອງທ່ານສີຈິ້ນຜິງມີເນື້ອໃນບາງຕອນວ່າ: “ນີ້ເປັນເທື່ອທີສອງທີ່ຂ້າ ພະເຈົ້າຢ້ຽມຢາມເປຣູທາງລັດຖະກິດ ເຊິ່ງເປັນປະເທດເພື່ອນບ້ານໃກ້ຄຽງຂອງ ຈີນຢູ່ຟາກຝັ່ງມະຫາສະໝຸດປາຊີຟິກພາຍຫຼັງຂ້າພະເຈົ້າດຳລົງຕຳແໜ່ງເປັນປະ ທານປະເທດ ສປ ຈີນ.”

“ທີ່ແຫ່ງນີ້ເປັນດິນແດນບ່ອນກຳເນີດອະລິຍະທຳບູຮານຕ່າງໆ ເຊັ່ນ: ຄາຣາຣ໌(Caral) ຊາວິນ (Chavín) ຊີມູ (Chimu) ອິນໄຊຄາ(incaica) ເປັນຕົ້ນ, ປະຊາຊົນຢູ່ທີ່ແຫ່ງນີ້ເອີ້ນຄົນຈີນຢ່າງສະໜິດສະໜົມວ່າ ‘ພີ່ນ້ອງ’, ລັດຖະສະ ພາຢູ່ທີ່ແຫ່ງນີ້ໄດ້ຜ່ານຮັບຮອງມະຕິຕົກລົງໂດຍກຳນົດເອົາວັນທີ 1 ກຸມພາ ຂອງແຕ່ລະປີເປັນວັນມິດຕະພາບເປຣູ-ຈີນ, ຮ້ານອາຫານຈີນຢູ່ທີ່ແຫ່ງນີ້ເອີ້ນວ່າ ‘ກິນເຂົ້າ’.

ບົດຄວາມຂອງທ່ານສີຈິ້ນຜິງສະແດງໃຫ້ເຫັນວ່າ: ທຸກເທື່ອທີ່ເດີນທາງມາເປຣູ, ເພິ່ນລ້ວນແຕ່ຮູ້ສຶກໄດ້ເຖິງມິດຕະພາບຂອງປະຊາຊົນເປຣູທີ່ມີຕໍ່ປະຊາຊົນຈີນຢ່າງເລິກເຊິ່ງ. “ການສືບທອດມິດຕະພາບແບບນີ້ແມ່ນເກີດມາຈາກປະຫວັດ ທີ່ສະ ຫງ່າລາສສາດຂອງທັງສອງປະເທດີ. ຫຼາຍຄົນບອກຂ້າພະເຈົ້າວ່າ ປະຊາຊົນ ສອງຊາດຈີນ-ເປຣູເມື່ອເຫັນໜ້າກັນຈະຮູ້ສຶກສະໜິດສະໜົມກັນ, ເມື່ອເຫັນ ວັດຖຸບູຮານຂອງກັນປຽບເໝືອນກັບວ່າເຄີຍໄດ້ຮູ້ຈັກກັນມາແຕ່ກ່ອນ.”

ບົດຄວາມຂອງທ່ານສີຈິ້ນຜິງຍັງລະບຸຕື່ມວ່າ: ອະລິຍະທຳຈີນເປັນ ອະລິຍະທຳພຽງໜຶ່ງດຽວຢູ່ໃນໂລກທີ່ບໍ່ຄ່ອຍຂາດສະບັ້ນໄປ ແລະສືບທອດ ກັນມາເປັນເວລາ5.000ກວ່າປີ, ອະລິຍະທຳມະຫາສະໝຸດທີ່ມີອະລິຍະທຳ ຄາຣາຣ໌ເປັນຕົວແທນ ແລະ ອະລິຍະທຳອິນໄຊຄາທີ່ມີອະລິຍະທຳທາງບົກເປັນ ຕົວແທນນັ້ນໄດ້ສ່ອງແສງ ໃຫ້ເຫັນເຖິງປະຫວັດຄວາມເປັນມາອັນດົນນານ ແລະ ອຸດົມສົມບູນ ກໍຄືຄວາມຫຼາກຫຼາຍຂອງອະລິຍະທຳເປຣູ.

“ສະຕິປັນຍາຂອງອະລິຍະທຳໄດ້ເຮັດໃຫ້ພວກເຮົາມີແນວຄິດຄ້າຍຄືກັນ ແລະເຊື່ອມສານຈິດໃຈກັນ.”

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຕົວຢ່າງດິນດວງຈັນທີ່ເກັບໄດ້ດ້ວຍຍານສຳຫຼວດຊາງເອ 6 ສະແດງຢູ່ງານວາງສະແດງການບິນ ແລະ ການບິນອະວະກາດສາກົນຈີນ

ຈັດງານວາງສະແດງການບິນແລະການບິນອະວະກາດສາກົນຈີນຄັ້ງທີ 15

10,000 ຕື້ຢວນ! ຄວາມກົດດັນໃນບັນຫາໜີ້ສິນຂອງອົງການປົກຄອງທ້ອງຖິ່ນຈີນຈະຜ່ອນຄາຍລົງຫຼາຍ

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn