ພາສາລາວ

ຈັດກອງປະຊຸມສົນທະນາອະລິຍະທຳຈີນ-ອາເມຣິກາລາຕິນແລະອາຣີບີ 2024 ຢູ່ນະຄອນຫຼວງລີມາ

cri2024-11-08 17:03:39

ກອງປະຊຸມສົນທະນາອະລິຍະທຳຈີນ-ອາເມຣິກາລາຕິນ 2024 ໄດ້ຈັດຂຶ້ນຢູ່ນະຄອນຫຼວງລີມາຂອງເປຣູໃນວັນທີ 6 ພະຈິກນີ້. ບຸກຄົນສຳຄັນໃນວົງການການເມືອງ,ຜູ້ຊ່ຽວຊານ,ນັກວິຊາການ,ບຸກຄົນໃນວົງການອຸດສາຫະກຳການຄ້າແລະອື່ນໆທີ່ໄປຈາກຈີນພ້ອມດ້ວຍເປຣູ,ອາກຊັງຕິນແລະອື່ນໆ 10 ກວ່າປະເທດອາເມຣິກາລາຕິນຈຳນວນ 150 ກວ່າທ່ານໄດ້ດຳເນີນການຄົ້ນຄວ້າສົນທະນາແລະແລກປ່ຽນຄວາມເຫັນກັນໂດຍປິ່ນອ້ອມຫົວຂໍ້ຕົ້ນຕໍ “ການສືບທອດອະລິຍະທຳແລະການພັດທະນາຄວາມທັນສະໄໝ”,ເພື່ອສະໜອງການສະໜັບສະໜູນທາງປັນຍາແລະສະແຫວງຫາຊ່ອງທາງການຮ່ວມມືໃຫ້ແກ່ຈີນແລະປະເທດອາເມຣິກາລາຕິນໃນການເພີ່ມທະວີການແລກປ່ຽນແລະຖອດຖອນບົດຮຽນດ້ານອະລິຍະທຳ,ການສືບທອດການພັດທະນາແລະຮ່ວມກັນກ້າວເດີນໄປຕາມເສັ້ນທາງແຫ່ງຄວາມທັນສະໄໝ.

ແຂກຜູ້ມີກຽດຝ່າຍຈີນທີ່ເຂົ້າຮ່ວມກອງປະຊຸມກ່າວວ່າ: ຈີນແລະປະເທດອາເມຣິກາລາຕິນຄວນຍຶດໝັ້ນຖືເອົາການສືບທອດແລະປະດິດສ້າງດ້ານອະລິຍະທຳເປັນສິ່ງສຳຄັນ,ຮ່ວມກັນສະແຫວງຫາເສັ້ນທາງແຫ່ງການພັດທະນາແບບທັນສະໄໝ,ເພື່ອສ້າງຜົນງານແຫ່ງອະລິຍະທຳທີ່ຂ້າມຜ່ານພົມແດນແລະການເວລາແລະມີມົນສະເໜ່າທີ່ຍືນຍົງ. ສອງຝ່າຍຍັງຄວນຍຶດໝັ້ນຊຸກຍູ້ການແລກປ່ຽນແລະຮ່ວມມືດ້ານອະລິຍະທຳ,ເພື່ອສ້າງຜົນງານທີ່ມີຜົນປະໂຫຍດຕໍ່ປະຊາຊົນຫຼາຍກວ່າເກົ່າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ມະນຸດເກັບຕົວຢ່າງຢູ່ໜ້າດິນດາວອັງຄານຄັ້ງທຳອິດຈະດຳເນີນຄືແນວໃດ?

ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ວິສາຫະກິດຕ່າງປະເທດທີ່ເຂົ້າຮ່ວມCIIE ເປັນສັກຂີພິຍານ ແລະ ຜູ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດສັງຄົມຂອງຈີນ

ການສຳພາດປະທານາທິບໍດີແຟງລັງ

ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn