ທ່ານສີຈິ້ນຜິງ ສົ່ງສານຊົມເຊີຍເຖິງທ່ານດູມາ ໂບໂກ ທີ່ໄດ້ຮັບເລືອກຕັ້ງເປັນປະທານາທິບໍດີບົດສະວານາ
ວັນທີ 5 ພະຈິກນີ້, ທ່ານສີຈິ້ນຜິງ, ປະທານປະເທດຈີນໄດ້ ສົ່ງສານຊົມເຊີຍເຖິງທ່ານດູມາ ໂບໂກ, ເພື່ອຊົມເຊີຍທ່ານໄດ້ຮັບເລືອກຕັ້ງເປັນປະທານາທິບໍດີສາທາລະນະລັດບົດສະວານາ.
ເນື້ອໃນສານຊົມເຊີຍຂອງທ່ານສີຈິ້ນຜິງລະບຸວ່າ, ໃນຊຸມປີມໍ່ໆມານີ້, ການພົວພັນລະຫວ່າງສອງປະເທດມີທ່ວງທ່າພັດທະນາທີ່ດີ, ສອງຝ່າຍໄດ້ຮັບຜົນງານອັນພົ້ນເດັ່ນໃນການຮ່ວມມືໃນຂົງເຂດຕ່າງໆ ເຊັ່ນ: ພື້ນຖານໂຄງລ່າງ, ພະລັງງານສະອາດ, ສາທາລະນະສຸກ ແລະອື່ນໆ. ຂ້າພະເຈົ້າໃຫ້ຄວາມສຳຄັນຕໍ່ການພັດທະນາສາຍພົວພັນລະຫວ່າງຈີນ-ບົດສະວານາ ໃນລະດັບສູງ, ຍິນດີທຳຄວາມພະຍາຍາມຮ່ວມກັບປະທານາທິບໍດີ ໂບໂກ ເພື່ອຊຸກຍູ້ໃຫ້ການພົວພັນຄູ່ຮ່ວມຍຸດທະສາດລະຫວ່າງສອງຝ່າຍກ້າວຂຶ້ນສູ່ລະດັບສູງກວ່າເກົ່າ ແລະ ສ້າງຄວາມສຸກຫຼາຍກວ່າເກົ່າໃຫ້ແກ່ປະຊາຊົນສອງຊາດ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved