ພາສາລາວ

ກອງປະຊຸມສຸດຍອດນັກວິທະຍາສາດໜຸ່ມໂລກປີ 2024 ຮອບເອີຣົບຈັດຂຶ້ນຢູ່ນະຄອນຫຼວງບຣຸກແຊນ

cri2024-11-07 12:01:07

ຫວ່າງມໍ່ໆມານີ້, ກອງປະຊຸມສຸດຍອດນັກວິທະຍາສາດໜຸ່ມໂລກປີ 2024 ຮອບເອີຣົບໄດ້ຈັດຂຶ້ນຢູ່ນະຄອນຫຼວງບຣຸກແຊນປະເທດແບນຊິກຢ່າງສຳເລັດຜົນ ເຊິ່ງໄດ້ດຶງດູດນັກຄົ້ນຄວ້າວິທະຍາສາດ ແລະນັກທຸລະກິດເກືອບ 200 ທ່ານທີ່ມາຈາກ 30 ປະເທດໃນທົ່ວໂລກເຂົ້າຮ່ວມ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ລົງເລິກເປິກສາຫາລືກ່ຽວກັບຫົວຂໍ້ຕ່າງໆ ເຊັ່ນ: ການປະຕິຮູບການສຶກສາຂອງມະຫາວິທະຍາໄລ, ການປະດິດສ້າງໃໝ່ຂອງຊາວໜຸ່ມ, ເຕັກນິກວິທະຍາສາດໃນອະນາຄົດແລະອື່ນໆ, ພ້ອມນັ້ນຍັງໄດ້ບັນລຸຜົນງານຫຼາຍຢ່າງ.

ໃນເວລາປະກອບຄຳເຫັນ, ທ່ານເຟີ້ຍເຊິ້ງຊາວ ເອກອັກຄະລັດຖະທູດຈີນປະຈຳແບນຊິກຊີ້ໃຫ້ເຫັນວ່າ, ວິທະຍາສາດບໍ່ມີຂອບເຂດຈຳກັດ, ໂດຍປະເຊີນໜ້າກັບຄວາມບໍ່ແນ່ນອນຂອງໂລກ, ບໍ່ວ່າຄວາມກ້າວໜ້າທາງດ້ານເຕັກນິກວິທະຍາສາດ ຫຼື ການຂະຫຍາຍຕົວຂອງການພົວພັນສາກົນ, ປະຊາຊົນປະເທດຕ່າງໆລ້ວນແຕ່ຄວນເພີ່ມທະວີການແລກປ່ຽນເຊິ່ງກັນແລະກັນ ເພື່ອເພີ່ມຄວາມເຂົ້າໃຈກັນ, ຮ່ວມກັນຮັບມືກັບສິ່ງທ້າທາຍດ້ານການພັດທະນາຂອງມວນມະນຸດ. ຈີນຍິນດີລົງເລິກການຮ່ວມມືກັບຜູ້ມີຄວາມຮູ້ຄວາມສາມາດຂອງປະເທດຕ່າງໆ, ຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນຈີນແລະຕ່າງປະເທດ ດ້ວຍການປະດິດສ້າງໃໝ່ທາງດ້ານເຕັກນິກວິທະຍາສາດ, ຊຸກຍູ້ສັນຕິພາບແລະການພັດທະນາຂອງໂລກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເທດສະການຮູບເງົາດີເດັ່ນລາວ-ຈີນ 2024 ຈັດຂຶ້ນຢ່າງຍິ່ງໃຫຍ່

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ຜູ້ບໍລິໂພກຂອງຈີນສາມາດສັ່ງຊື້ຜະລິດຕະພັນຂອງລາວໄດ້ຢ່າງສະດວກກວ່າເກົ່າແລ້ວ!

ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn