ພາສາລາວ

ຈັດງານສົນທະນາດ້ານການເມືອງລະດັບສູງລະຫວ່າງຈີນ-ຍີ່ປຸ່ນຢູ່ນະຄອນຫຼວງປັກກິ່ງ

cri2024-11-05 15:04:12

ວັນທີ 4 ພະຈິກນີ້, ທ່ານຫວາງຢີ້ ກຳມະການກົມການເມືອງສູນກາງພັກ ຫົວໜ້າຫ້ອງວ່າການຄະນະກຳມະການວຽກງານການຕ່າງປະເທດສູນກາງພັກກອມມູນິດຈີນກັບທ່ານຕາເຄໂອ ອາຣີບາ ທີ່ເປິກສາພິເສດຂອງຄະນະລັດຖະບານຍີ່ປຸ່ນ ຫົວໜ້າກົມປ້ອງກັນຄວາມສະຫງົບແຫ່ງຊາດຍີ່ປຸ່ນໄດ້ຈັດການເປິກສາຫາລືກົນໄກການສົນທະນາດ້ານການເມືອງລະດັບສູງລະຫວ່າງຈີນ-ຍີ່ປຸ່ນຢູ່ນະຄອນຫຼວງປັກກິ່ງຂອງຈີນ.

ທ່ານຫວາງຢີ້ກ່າວວ່າ: ຈີນແລະຍີ່ປຸ່ນຄວນອີງໃສ່ຄວາມຮັບຮູ້ທີ່ເປັນເອກະພາບກັນຂອງຜູ້ນຳສອງປະເທດ, ສ້າງການພົວພັນລະຫວ່າງຈີນ-ຍີ່ປຸ່ນທີ່ສອດຄ່ອງກັບຄວາມຕ້ອງການຂອງຍຸກໃໝ່ຢ່າງມີລັກສະນະສ້າງສັນແລະໝັ້ນທ່ຽງ. ຍີ່ປຸ່ນຄວນສ້າງຄວາມຮັບຮູ້ຕໍ່ຈີນຢ່າງມີເຫດຜົນແລະພາວະວິໄສ, ເຄົາລົບຕາມຄຳໝັ້ນສັນຍາດ້ານການເມືອງທີ່ໃຫ້ໄວ້ກ່ຽວກັບບັນຫາໄຕ້ຫວັນ, ປົກປັກຮັກສາພື້ນຖານດ້ານການເມືອງຂອງການພົວພັນລະຫວ່າງຈີນ-ຍີ່ປຸ່ນຢ່າງແທ້ຈິງ, ຜັນຂະຫຍາຍຄວາມຮັບຮູ້ທີ່ເປັນເອກະພາບກັນອັນສຳຄັນຂອງການ “ເປັນຄູ່ຮ່ວມມືກັນ, ບໍ່ເປັນໄພຂົ່ມຂູ່ຂອງກັນແລະກັນ” ດ້ວຍການກະທຳຕົວຈິງ, ຊຸກຍູ້ໃຫ້ການພົວພັນລະຫວ່າງສອງຝ່າຍກ້າວເດີນໄປຂ້າງໜ້າຢ່າງຍາວໄກແລະໝັ້ນທ່ຽງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn