ພາສາລາວ

ສ ເກົາຫຼີກ່າວອ້າງວ່າ ສົງໄສ ສປປ ເກົາຫຼີຍິງລູກສອນໄຟຂ້າມທະວີບ

cri2024-10-31 11:39:10

ວັນທີ 31 ຕຸລານີ້, ກົມໃຫຍ່ເສນາທິການຮ່ວມສ ເກົາຫຼີແຈ້ງໃຫ້ຮູ້ວ່າ: ເວລາປະມານ7ໂມງ 10 ນາທີຂອງມື້ດຽວກັນ, ເຈົ້າໜ້າທີ່ທະຫານສ ເກົາຫຼີໄດ້ພົບວ່າ ສປປເກົາຫຼີໄດ້ຍິງລູກສອນໄຟນຳວິຖີຈາກນະຄອນຫຼວງພຽງຢາງໄປສູ່ເຂດທະເລພາກຕາເວັນອອກຂອງແຫຼມເກົາຫຼີ. ຕາມການຄາດຄະເນວ່າ ລູກສອນໄຟດັ່ງກ່າວເປັນລູກສອນໄຟນຳວິຖີຂ້າມທະວີບທີ່ຍິງຈາກມູມສູງ.

ວັນທີ 31 ຕຸລານີ້, ກະຊວງປ້ອງກັນປະເທດຍີ່ປຸ່ນໄດ້ຢືນຢັນເຊັ່ນດຽວກັນວ່າ: ສປປເກົາຫຼີໄດ້ຍິງສິ່ງທີ່ສົງໄສເປັນລູກສອນໄຟນຳວິຖີ, ຄາດວ່າ ລູກສອນໄຟດັ່ງກ່າວຈະຕົກລົງໃນເວລາປະມານ 8 ໂມງ 36 ນາທີ ຂອງມື້ດຽວກັນ ຕາມເວລາຍີ່ປຸ່ນ. ອີງຕາມທ່ານ ນາກາຕານິ ເກນ ລັດຖະມົນຕີກະຊວງປ້ອງກັນປະເທດຍີ່ປຸ່ນອ້າງວ່າ, ກະຊວງປ້ອງກັນປະເທດຕົນໄດ້ພົບວ່າ ສິ່ງທີ່ສປປ ເກົາຫຼີຍິງນັ້ນແມ່ນລູກສອນໄຟນຳວິຖີຂ້າມທະວີບ. ສ່ວນສປປ ເກົາຫຼີຍິງລູກສອນໄຟນຳວິຖີຂ້າມທະວີບຄັ້ງຜ່ານມາແມ່ນເກີດຂຶ້ນໃນເດືອນທັນວາປີ2023ຜ່ານມາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn