ສະມັດຊາໃຫຍ່ອົງການສະຫະປະຊາຊາດເລັ່ງທວງໃຫ້ອາເມຣິກາຍົກເລີກການປິດລ້ອມຕໍ່ກູບາ
ວັນທີ 30 ຕຸລານີ້, ສະມັດຊາໃຫຍ່ອົງການສະຫະປະຊາຊາດໄດ້ຮັບຮອງຮ່າງມະຕິກ່ຽວກັບ “ຕ້ອງຍົກເລີກການປິດລ້ອມດ້ານເສດຖະກິດ, ການຄ້າ ແລະ ການເງິນຂອງອາເຣິກາທີ່ມີຕໍ່ກູບາ” ດ້ວຍຄະແນນສຽງເຫັນດີເປັນສ່ວນໃຫຍ່, ໂດຍໄດ້ກ່າວປະນາມອາເມຣິກາທີ່ໄດ້ດໍາເນີນການປິດລ້ອມດ້ານເສດຖະກິດຕໍ່ກູບາມາເປັນເວລາຍາວນານດົນເຖິງ 32 ປີ.
ຕາມຂ່າວແຈ້ງໃຫ້ຮູ້ວ່າ: ຜົນການລົງຄະແນນສຽງຄັ້ງນີ້, ມີ 187 ສຽງເຫັນດີ, 2 ສຽງຄັດຄ້ານ ແລະ 1 ສຽງງົດອອກສຽງ, ໃນນັ້ນ, ອາເມຣິກາ ແລະ ອິດສະຣາແອນໄດ້ລົງຄະແນນສຽງຄັດຄ້ານ. ນີ້ເປັນເທື່ອທີ 32 ທີ່ສະມັດຊາໃຫຍ່ອົງການສະຫະປະຊາຊາດຮັບຮອງມະຕິທີ່ກ່ຽວຂ້ອງລຽນຕິດ.
ທ່ານ ໂຣດຣິເກສ ລັດຖະມົນຕີກະຊວງການຕ່າງປະເທດກູບາໄດ້ຢືນຢັນໃນມື້ດຽວກັນວ່າ: ການປິດລ້ອມຕໍ່ກູບາເປັນສົງຄາມດ້ານເສດຖະກິດ, ການເງິນ ແລະ ການຄ້າຈົນສາມາດຂ້າລ້າງເຜົ່າພັນໄດ້. ທ່ານ ໂຣດຣິເກສ ຍັງໄດ້ກ່າວປະນາມນະໂຍບາຍຂອງອາເມຣິກາທີ່ເຈຕະນາເຮັດໃຫ້ປະຊາຊົນກູບາມີຄວາມເຈັບປວດຮຸນແຮງຂຶ້ນຕື່ມອີກ ເພື່ອບັງຄັບໃຫ້ລັດຖະບານກູບາດໍາເນີນການປ່ຽນແປງ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved