ອົງການຂົນສົ່ງການາດາຍົກເລີກມາດຕະການຈຳກັດບໍລິສັດການບິນຂອງແຜ່ນດິນໃຫຍ່ຈີນ
ວັນທີ 28 ຕຸລານີ້, ອົງການຂົນສົ່ງການາດາໄດ້ເຜີຍແຜ່ຖະແຫຼງການຜ່ານເວັບໄຊທາງການຂອງອົງການຕົນໂດຍລະບຸວ່າ: ວັນທີ 24 ຕຸລານີ້, ໂດຍປະຕິບັດຕາມຄຳສັ່ງຂອງກະຊວງການຕ່າງປະເທດການາດາ, ລັດຖະມົນຕີກະຊວງ ຂົນສົ່ງການາດາໄດ້ຍົກເລີກມາດຕະການຈຳກັດຕ່າງໆທີ່ປະກາດໃຊ້ໃນວັນທີ 3ກຸມພາ2022ເຊິ່ງລວມທັງ ຖ້ຽວບິນຂົນສົ່ງໂດຍສານເປັນປະຈຳໄປ-ກັບຂອງບໍລິສັດການບິນແຜ່ນດິນໃຫຍ່ຈີນບິນໄປສູ່ການາດາລວມທັງໝົດອາທິດໜຶ່ງບໍ່ໃຫ້ກາຍ 6 ຖ້ຽວ, ຫ້າມຖ້ຽວບິນຂົນສົ່ງໂດຍສານບິນຈາກນະຄອນຫຼວງປັກກິ່ງໄປການາດາໂດຍກົງ ແລະມາດຕະການອື່ນໆ. ນອກນີ້, ນັບແຕ່ວັນທີ 25 ຕຸລາ2024ເປັນຕົ້ນໄປ, ຍົກເລີກເງື່ອນໄຂຈຳກັດຕ່າງໆທີ່ປະຕິບັດຕໍ່ສາຍການບິນສາກົນຈີນ, ສາຍການບິນນະຄອນຫຼວງປັກກິ່ງ, ສາຍການບິນ China Eastern, ສາຍການບິນChina Southern, ສາຍການບິນໄຫຫຼຳ, ສາຍການບິນເສສວນ ແລະສາຍການບິນເຊ້ຍເມີນ ເປັນຕົ້ນ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved