ພາສາລາວ

ສະມາຄົມອຸດສາຫະກໍາລົດຍົນເຢຍລະມັນເຫັນວ່າ: ສະຫະພາບເອີຣົບເພີ່ມພາສີຕໍ່ລົດພະລັງງານໄຟຟ້າຂອງຈີນເປັນການຢ້ອນຫຼັງຂອງການຄ້າເສລີໂລກ

CRI2024-10-30 10:56:57

ວັນທີ 29 ຕຸລານີ້, ທ່ານນາງ ຮິດເດກາດ ມູນເລີ ປະທານສະມາຄົມອຸດສາຫະກໍາລົດຍົນເຢຍລະມັນໄດ້ອອກຖະແຫຼງການວ່າ: ສະຫະພາບເອີຣົບເພີ່ມພາສີຕໍ່ລົດພະລັງງານໄຟຟ້າຂອງຈີນເປັນການຢ້ອນຫຼັງຂອງການຄ້າເສລີໂລກ ເຊິ່ງຈະສ້າງຜົນກະທົບຕໍ່ຄວາມຈະເລີນຮຸ່ງເຮືອງ, ການປະກອບອາຊີບ ແລະ ການເຕີບໂຕດ້ານເສດຖະກິດຂອງເອີຣົບ.

ເນື້ອໃນຖະແຫຼງການຂອງທ່ານນາງ ມູນເລີ ລະບຸວ່າ: ການເພີ່ມພາສີຈະເຮັດໃຫ້ຕົ້ນທຶນໃນການຊື້ລົດຍົນຂອງຜູ້ບໍລິໂພກເພີ່ມຂຶ້ນໂດຍກົງ, ພ້ອມທັງມີຄວາມເປັນໄປໄດ້ໃນການກີດຂວາງການແຜ່ຂະຫຍາຍຂອງລົດພະລັງງານໄຟຟ້າ. ທ່ານນາງ ມູນເລີ ໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆຈົ່ງສືບຕໍ່ຮັກສາການເປີດກວ້າງການເຈລະຈາ, ພະຍາຍາມຄົ້ນຫາວິທີແກ້ໄຂການລຶບລ້າງພາສີເພີ່ມເຕີມໂດຍຜ່ານການສົນທະນາຢູ່ພາຍໃຕ້ຂອບອົງການການຄ້າໂລກ ຫຼື WTO.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn