ອາເມຣິກາມີຜູ້ມີສິດເລືອກຕັ້ງຫຼາຍກວ່າ 41 ລ້ານຄົນໄດ້ປ່ອນບັດລ່ວງໜ້າເພື່ອເລືອກຕັ້ງປະທານາທິບໍດີ
ອີງຕາມຕົວເລກຂໍ້ມູນຈາກຫ້ອງທົດລອງວິເຄາະຂໍ້ມູນການເລືອກຕັ້ງຂອງມະຫາວິທະຍາໄລຟລຣິດາແຈ້ງໃຫ້ຮູ້ວ່າ: ນັບມາຮອດຕອນບ່າຍວັນທີ 27 ຕຸລານີ້, ທົ່ວປະເທດອາເມຣິກາມີຜູ້ມີສິດເລືອກຕັ້ງຫຼາຍກວ່າ 41 ລ້ານຄົນໄດ້ປ່ອນບັດລ່ວງໜ້າເພື່ອເລືອກຕັ້ງປະທານາທິບໍດີ ເຊິ່ງຕົວເລກຂໍ້ມູນດັ່ງກ່າວສະແດງໃຫ້ເຫັນວ່າ: ຈຳນວນການປ່ອນບັດຜ່ານທາງໄປສະນີ ກັບ ການປ່ອນບັດດ້ວຍຕົນເອງ ຕ່າງໄດ້ກວມເອົາ 50%, ປັດຈຸບັນ, ໃນທົ່ວປະເທດອາເມຣິກາໄດ້ສົ່ງບັດເລືອກຕັ້ງເກືອບ 21 ລ້ານບັດຜ່ານທາງໄປສະນີ ແລະ ຢູ່ໜ່ວຍປ່ອນບັດມີປະມານ 20 ລ້ານ 5 ແສນບັດແມ່ນຜູ້ມີສິດປ່ອນບັດດ້ວຍຕົນເອງ.
ນອກນີ້, ທຳນຽບປະທານາທິບໍດີອາເມຣິກາໄດ້ຢືນຢັນໃນວັນທີ 27 ຕຸລານີ້ວ່າ: ວັນທີ 28 ຕຸລານີ້, ທ່ານໂຈ ໄບເດັນ ປະທານາທິບໍດີອາເມຣິກາໄດ້ປ່ອນບັດລ່ວງໜ້າເພື່ອເລືອກຕັ້ງປະທານາທິບໍດີຄົນໃໝ່.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ຄວາມຕ້ອງການໃນຕະຫຼາດຈີນສ້າງໂອກາດໃໝ່ໃຫ້ແກ່ຂະແໜງການໝາກໄມ້ຂອງລາວ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved