ພາສາລາວ

ຈັດການເຈລະຈາຢຸດຍິງຢູ່ເຂດກາຊາຄືນໃໝ່ ແຕ່ກຸ່ມຮາມາສບໍ່ໄດ້ເຂົ້າຮ່ວມ

cri2024-10-28 11:32:35

ວັນທີ 27 ຕຸລານີ້, ການເຈລະຈາຢຸດຍິງຢູ່ເຂດກາຊາໄດ້ຈັດຂຶ້ນຄືນໃໝ່ຢູ່ນະຄອນຫຼວງໂດຮາ ປະເທດກາຕາ ໂດຍມີຜູ້ແທນຈາກ4ປະເທດຄືກາຕາ, ເອຢິບ, ອາເມຣິກາແລະອິດສະຣາແອນເຂົ້າຮ່ວມ ຂະນະທີ່ຝ່າຍຮາມາສບໍ່ໄດ້ສົ່ງຜູ້ແທນເຂົ້າຮ່ວມ.

ເທື່ອນີ້ຖືເປັນເທື່ອທຳອິດທີ່ຜູ້ແທນຂັ້ນສູງຂອງຝ່າຍຕ່າງໆໄດ້ຈັດການເຈລະຈາກ່ຽວກັບການຢຸດຍິງຢູ່ເຂດກາຊາພາຍຫຼັງທ່ານ ຢາຮຢາ ຊິນວາຣ໌ ຜູ້ນຳກຸ່ມຮາມາສເສຍຊີວິດແລ້ວ. ວັນທີ 27 ຕຸລານີ້, ເຈົ້າໜ້າທີ່ລະດັບສູງຂອງກຸ່ມຮາມາສໄດ້ຖະແຫຼງວ່າ ຮາມາສກຳລັງລໍຖ້າຜົນການເຈລະຈາ ພ້ອມທັງຈະຄົ້ນຄວ້າວ່າ ຜົນການເຈລະຈາແມ່ນສອດຄ່ອງກັບວິໄສທັດຂອງຝ່າຍຮາມາສຫຼືບໍ່. ກ່ອນໜ້ານີ້, ຝ່າຍອາເມຣິກາໄດ້ຢືນຢັນວ່າ ບັນດາຝ່າຍກຳລັງຄົ້ນຄວ້າຂອບສັນຍາຢຸດຍິງສະບັບໃໝ່ ເພື່ອສືບຕໍ່ຊຸກຍູ້ຂະບວນການເຈລະຈາໃຫ້ກ້າວເດີນໄປຂ້າງໜ້າ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn