ພາສາລາວ

ໜ່ວຍວຽກງານເສດຖະກິດຈີນ ແລະ ອາເມຣິກາປະຊຸມກັນເປັນຄັ້ງທີ 6

CRI2024-10-27 16:43:25

ວັນທີ 25 ຕຸລານີ້, ທ່ານລ້ຽວໝິນ ຮອງລັດຖະມົນຕີກະຊວງການເງິນຈີນ ແລະ ທ່ານເຈ ຊຳບາວ ຮອງລັດຖະມົນຕີກະຊວງການເງິນອາເມຣິກາ ໄດ້ຮ່ວມກັນເປັນປະທານຈັດກອງປະຊຸມໜ່ວຍວຽກງານເສດຖະກິດຈີນ ແລະ ອາເມຣິກາ ໃນຂະນະທີ່ທ່ານລ້ຽວໝິນເຂົ້າຮ່ວມກອງປະຊຸມປະຈຳປີຂອງທະນາຄານໂລກ ແລະ ອົງການກອງທຶນເງິນຕາສາກົນຢູ່ນະຄອນຫຼວງວໍຊິງຕັນຂອງອາເມຣິກາ. ສອງຝ່າຍໄດ້ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງ, ຕິດແທດຕົວຈິງ ແລະ ເປັນການສ້າງສັນຕໍ່ຫົວຂໍ້ຕ່າງໆ ເຊັ່ນ: ສະພາບການ ແລະ ນະໂຍບາຍເສດຖະກິດມະຫາພາກຂອງສອງປະເທດ, ການຮັບມືກັບສິ່ງທ້າທາຍລະດັບໂລກ ລວມທັງການຮ່ວມມືກັນເພື່ອຊ່ວຍເຫຼືອປະເທດທີ່ມີລາຍຮັບຕ່ຳໃນການຮັບມືກັບສິ່ງທ້າທາຍຈາກສະພາບຄ່ອງ ແລະ ການຈັດວາງການພົບປະແລກປ່ຽນກັນລະຫວ່າງສອງຝ່າຍໃນຄັ້ງຕໍ່ໄປເປັນຕົ້ນ. ຝ່າຍຈີນໄດ້ແນະນຳສະພາບເສດຖະກິດມະຫາພາກຂອງຈີນໃນປັດຈຸບັນ ແລະ ນະໂຍບາຍຕ່າງໆເພື່ອຊຸກຍູ້ການພັດທະນາເສດຖະກິດທີ່ພວມນຳໃຊ້ເມື່ອບໍ່ດົນມານີ້ ພ້ອມທັງສະແດງຄວາມເປັນຫ່ວງຕໍ່ອາເມຣິກາທີ່ໃຊ້ມາດຕະການບາງຢ່າງຕໍ່ຝ່າຍຈີນ ເຊັ່ນ: ຂຶ້ນພາສີສິນຄ້າ ແລະ ການລົງໂທດທີ່ກ່ຽວພັນເຖິງຣັດເຊຍເປັນຕົ້ນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn