ກະຊວງການຕ່າງປະເທດຈີນຕອບໂຕ້ກ່ຽວກັບອາເມຣິກາຈຳໜ່າຍອາວຸດຍຸດໂທປະກອນໃຫ້ໄຕ້ຫວັນ
ວັນທີ 26 ຕຸລານີ້, ໂຄສົກກະຊວງການຕ່າງປະເທດຈີນໄດ້ຕອບຄຳຖາມນັກຂ່າວກ່ຽວກັບອາເມຣິກາໄດ້ອະນຸມັດຈຳໜ່າຍອາວຸດຍຸດໂທປະກອນທີ່ມີມູນຄ່າ 1,988 ຕື້ໂດລາໃຫ້ເຂດໄຕ້ຫວັນຂອງຈີນ.
ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ: ອາເມຣິກາຈຳໜ່າຍອາວຸດຍຸດໂທປະກອນໃຫ້ເຂດໄຕ້ຫວັນຂອງຈີນໄດ້ລະເມີດຫຼັກການປະເທດຈີນດຽວ ແລະ ຂໍ້ກຳນົດຂອງຖະແຫຼງການຮ່ວມ 3 ສະບັບລະຫວ່າງຈີນກັບອາເມຣິກາ ໂດຍສະເພາະແມ່ນຖະແຫຼງການ 17 ສິງຫາຢ່າງຮ້າຍແຮງ, ລ່ວງລ້ຳອະທິປະໄຕ ແລະ ຜົນປະໂຫຍດດ້ານຄວາມໝັ້ນຄົງຂອງຈີນຢ່າງຮ້າຍແຮງ, ເປັນການທຳລາຍການພົວພັນຈີນ-ອາເມຣິກາ ແລະ ທຳລາຍສັນຕິພາບ ແລະ ສະຖຽນລະພາບຂອງສອງຝັ່ງຊ່ອງແຄບໄຕ້ຫວັນ, ສົ່ງສັນຍານອັນຜິດພາດໃຫ້ແກ່ອິດທິກຳລັງແບ່ງແຍກໄຕ້ຫວັນໃຫ້ເປັນເອກະລາດ. ຈີນກ່າວປະນາມຢ່າງຮຸນແຮງ ແລະ ຄັດຄ້ານຢ່າງເດັດດ່ຽວຕໍ່ເລື່ອງນີ້ ພ້ອມທັງໄດ້ຕໍ່ວ່າທັກທ້ວງຢ່າງເຄັ່ງຂຶມຕໍ່ອາເມຣິກາ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"
ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ
ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ
ທ່ານ ສີຈິ້ນຜິງ ພົບປະກັບທ່ານ ທອງລຸນ ສີສຸລິດ
ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ
ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved