ພາສາລາວ

ຜູ້ຕາງໜ້າຖາວອນຂອງຈີນປະຈຳ ສປຊ: ຕ້ອງປະສານງານການພັດທະນາແລະຄວາມໝັ້ນຄົງໃນດ້ານການບໍລິຫານການພັດທະນາວິທະຍາສາດເຕັກໂນໂລຊີ

cri2024-10-22 16:28:55

ວັນທີ 21 ຕຸລານີ້, ທ່ານ ຟູ້ຊົ່ງ ຜູ້ຕາງໜ້າຖາວອນຂອງຈີນປະຈຳອົງການສະຫະປະຊາຊາດຫຼື ສປຊ ໄດ້ກ່າວຄຳປາໄສໃນກອງປະຊຸມເປີດກວ້າງ “ຜົນກະທົບຂອງການພັດທະນາວິທະຍາສາດເຕັກໂນໂລຊີທີ່ມີຕໍ່ສັນຕິພາບແລະຄວາມໝັ້ນຄົງໃນສາກົນ” ຂອງສະພາຄວາມໝັ້ນຄົງອົງການສະຫະປະຊາຊາດວ່າ: ວິທະຍາສາດເຕັກໂນໂລຊີແມ່ນ “ມີດສອງຄົມ”, ຕ້ອງປະສານງານການພັດທະນາແລະຄວາມໝັ້ນຄົງ,ທັງສົ່ງເສີມການປະດິດສ້າງໃໝ່ທັງຄວບຄຸມຄວາມສ່ຽງ,ເຮັດໃຫ້ການພັດທະນາດ້ານວິທະຍາສາດເຕັກໂນໂລຊີສາມາດສ້າງຄວາມສຸກໃຫ້ແກ່ບັນດາປະເທດກໍຄືປະຊາຊົນຂອງບັນດາປະເທດຢ່າງແທ້ຈິງ.

ທ່ານ ຟູ້ຊົ່ງ ກ່າວຕື່ມວ່າ: ໃນຂະນະທີ່ການພັດທະນາດ້ານວິທະຍາສາດ ເຕັກໂນໂລຊີເພີ່ມພະລັງແຮງເຂົ້າໃນທຸກຂະແໜງການພ້ອມທັງນຳເອົາຄວາມສະດວກສະບາຍແລະໂອກາດທີ່ໃຫຍ່ຫຼວງມາໃຫ້ແກ່ມວນມະນຸດ,ກໍໄດ້ນຳເອົາສິ່ງທ້າທາຍອັນໃໝ່ມາໃຫ້ແກ່ສັນຕິພາບແລະຄວາມໝັ້ນຄົງຂອງໂລກ. ການໂຈມຕີທາງອິນເຕີເນັດແລະການລັກເຈາະຂໍ້ມູນລັບທາງອິນເຕີເນັດໄດ້ເກີດຂຶ້ນຢູ່ເລື້ອຍໆ ເຊິ່ງໄດ້ທຳລາຍຄວາມໝັ້ນຄົງແລະຜົນປະໂຫຍດສາທາລະນະຂອງຫຼາຍປະເທດ. ການນຳໃຊ້ປັນຍາປະດິດທາງການທະຫານພວມໂຄ່ນລົ້ມຮູບແບບສົງຄາມດັ້ງເດີມ,ເຮັດໃຫ້ເກີດມີຄວາມວິຕົກກັງວົນຫຼາຍຂຶ້ນຢ່າງກວ້າງຂວາງ.

ທ່ານ ຟູ້ຊົ່ງ ຊີ້ໃຫ້ເຫັນວ່າ: ບາງປະເທດເຮັດໃຫ້ທັດສະນະຄວາມໝັ້ນຄົງແຫ່ງຊາດກວ້າງອອກ, ໂຈມຕີວິສາຫະກິດທີ່ມີວິທະຍາສາດເຕັກໂນໂລຊີທີ່ກ້າວໜ້າຂອງປະເທດອື່ນຢ່າງໄຮ້ເສັ້ນເພດານຕ່ຳສຸດໃນຂໍ້ອ້າງປ້ອງກັນຄວາມສ່ຽງ. ການກະທຳທີ່ກໍ່ການແບ່ງແຍກແບບນີ້ມີຜົນຮ້າຍຢ່າງໃຫຍ່ຫຼວງກວ່າເກົ່າຕໍ່ສັນຕິພາບແລະຄວາມໝັ້ນຄົງໃນສາກົນ,ສຸດທ້າຍອາດຈະເຮັດໃຫ້ໂລກຕົກຢູ່ໃນສະພາບວຸ້ນວາຍທີ່ເປັນປໍລະປັກກັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ

ປະທານາທິບໍດີ ສ.ກົງໂກ: ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະຊ່ວຍອາຟຣິກາພັດທະນາຢ່າງວ່ອງໄວແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ

ຜູ້ໄດ້ຮັບລາງວັນຕູຣິງ: ຢູ່ທ່າມກາງຄະນິດສາດຈະສາມາດຄົ້ນຫາຄວາມງາມແຫ່ງຄວາມຖາວອນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn