ພາສາລາວ

ອາເມຣິກາປະກາດວ່າຈະສະໜອງການຊ່ວຍເຫຼືອດ້ານການທະຫານທີ່ມີມູນຄ່າ 400 ລ້ານໂດລາໃຫ້ແກ່ອູແກຣນຕື່ມອີກ

CRI2024-10-22 11:38:12

ວັນທີ 21 ຕຸລານີ້, ລັດຖະບານອາເມຣິກາປະກາດວ່າຈະສະໜອງການຊ່ວຍເຫຼືອດ້ານການທະຫານທີ່ມີມູນຄ່າ 400 ລ້ານໂດລາໃຫ້ແກ່ອູແກຣນຕື່ມອີກ. ທ່ານລອຍດ໌ ອອສຕິນ ລັດຖະມົນຕີກະຊວງປ້ອງກັນປະເທດອາເມຣິກາທີ່ກຳລັງຢ້ຽມຢາມອູແກຣນກ່າວວ່າ: ອາເມຣິກາຈະສືບຕໍ່ສະໜັບສະໜູນອູແກຣນຢ່າງໝັ້ນໜຽວບໍ່ປ່ຽນແປງ.

ອີງຕາມບັນຊີອາວຸດຊ່ວຍເຫຼືອອູແກຣນທີ່ກະຊວງປ້ອງກັນປະເທດອາເມຣິກາປະກາດໃນມື້ດຽວກັນ, ການຊ່ວຍເຫຼືອດ້ານການທະຫານໃນຄັ້ງນີ້ລວມທັງລູກລະເບີດສຳລັບລະບົບຈະຫຼວດຫຼາຍລຳກ້ອງ HIMARS, ປືນໃຫຍ່ແລະລະເບີດ, ລົດຫຸ້ມເກາະ ພ້ອມທັງອາວຸດຕໍ່ຕ້ານລົດຕັງ ແລະອື່ນໆ. ທຶນຊ່ວຍເຫຼືອອູແກຣນກ້ອນນີ້ແມ່ນທ່ານໂຈ ໄບເດັນນຳໃຊ້ສິດບໍລິຫານຂອງປະທານາທິບໍດີອະນຸມັດໂດຍກົງ, ອາວຸດທີ່ກ່ຽວຂ້ອງຈະຂົນຍ້າຍອອກຈາກສາງອາວຸດຂອງກະຊວງປ້ອງກັນປະເທດອາເມຣິກາ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ

ປະທານາທິບໍດີ ສ.ກົງໂກ: ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະຊ່ວຍອາຟຣິກາພັດທະນາຢ່າງວ່ອງໄວແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ

ຜູ້ໄດ້ຮັບລາງວັນຕູຣິງ: ຢູ່ທ່າມກາງຄະນິດສາດຈະສາມາດຄົ້ນຫາຄວາມງາມແຫ່ງຄວາມຖາວອນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn