ພາສາລາວ

ອິດສະຣາແອນ: ເລື່ອງທີ່ພຳນັກຂອງນາຍົກຖືກໂຈມຕີຈະເຮັດໃຫ້ອິດສະຣາແອນເພີ່ມທະວີການໂຈມຕີພັກເຮັສໂບລາຂອງລີບັງ

cri2024-10-20 16:08:05

ວັນທີ 19 ຕຸລານີ້, ໂຄສົກກະຊວງປ້ອມກັນປະເທດອິດສະຣາແອນແຈ້ງໃຫ້ຮູ້ວ່າ, ໃນມື້ດຽວກັນ, ເຮືອບິນບໍ່ມີຄົນຂັບຂອງພັກເຮັສໂບລາລີບັງໄດ້ໂຈມຕີພຳນັກຂອງນາຍົກລັດຖະມົນຕີອິດສະຣາແອນ, ການກະທຳນີ້ຈະເຮັດໃຫ້ອິດສະຣາແອນເພີ່ມທະວີການໂຈມຕີຕໍ່ອົງການດັ່ງກ່າວ.

ໂຄສົກທ່ານນີ້ກ່າວຕື່ມວ່າ: ໃນມື້ດຽວກັນ, ເຮືອບິນບໍ່ມີຄົນຂັບ 3 ລຳໄດ້ບຸກເຂົ້າຈາກລີບັງ, ໃນນັ້ນ, ມີ 2 ລຳຖືກສະກັດກັ້ນ, ລຳທີ 3 ໄດ້ຍິງໃສ່ສິ່ງກໍ່ສ້າງແຫ່ງໜຶ່ງຢູ່ນະຄອນແຄຊາເຣຍ, ມີເຈດຕະນາຢາກໂຈມຕີທ່ານ ເບນຈາມິນ ເທທັນຢາຮູ ນາຍົກລັດຖະມົນຕີອິດສະຣາແອນ. ເຫດການດັ່ງກ່າວພວມຖືກສືບສວນ-ສອບສວນຢູ່, ອິດສະຣາແອນຈະເດັດດ່ຽວໂຈມຕີພັກເຮັສໂບລາລີບັງ, ຍ້ອນເຫດການໂຈມຕີຄັ້ງນີ້ ແລະ ພັກເຮັສໂບລາລີບັງທຳຮ້າຍປະຊາຊົນອິດສະຣາແອນ, ສົງຄາມຈະນັບມື້ນັບຮຸນແຮງຂຶ້ນອີກ.

ໃນມື້ດຽວກັນ, ທ່ານໂຢອັຟ ກາລາ ລັດຖະມົນຕີກະຊວງປ້ອງກັນປະເທດອິດສະຣາແອນກ່າວວ່າ: ການທີ່ເຈດຕະນາຫວັງຢາກໂຈມຕີນາຍົກລັດຖະມົນຕີອິດສະຣາແອນພ້ອມດ້ວຍຄອບຄົວກໍເໝືອນດັ່ງໂຈມຕີລັດຖະບານອິດສະຣາແອນ. ທ່ານເນັ້ນໜັກວ່າ: ອົງການຄວາມໝັ້ນຄົງຈະສືບຕໍ່ນຳໃຊ້ກຳລັງປະກອບອາວຸດເພື່ອໂຈມຕີສັດຕູໃດໆທີ່ໂຈມຕີ ຫຼືມີເຈດຕະນາໂຈມຕີອິດສະຣາແອນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”

ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດມີຫວັງຈະຮັກສາທ່ວງທ່າເພີ່ມຂຶ້ນໃນຫຼາຍປີຕໍ່ໜ້າ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn