ທ່ານກິມເຈິງອູນ: ກອງທັບຂອງ ສປປ ເກົາຫຼີຕ້ອງຮັບຮູ້ຄວາມຈິງເປັນຢ່າງດີທີ່ ສ ເກົາຫຼີເປັນປະເທດປໍລະປັກ
ວັນທີ 17 ຕຸລານີ້, ທ່ານກິມເຈິງອູນ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກແຮງງານເກົາຫຼີໄດ້ໄປຢ້ຽມຢາມກອງບັນຊາການເລກ 2 ຂອງກອງທັບປະຊາຊົນເກົາຫຼີ, ພ້ອມທັງກ່າວຄຳປາໄສ.
ທ່ານກິມເຈິງອູນ ກ່າວວ່າ: ສະພາບແວດລ້ອມດ້ານຄວາມໝັ້ນຄົງທີ່ ສປປ ເກົາຫຼີຜະເຊີນນັ້ນ ຮຽກຮ້ອງໃຫ້ກອງທັບປະຊາຊົນຕ້ອງເພີ່ມທະວີຄວາມສາມາດດ້ານການທຳສົງຄາມ ແລະຕ້ອງນຳໃຊ້ມາດຕະການທາງການທະຫານຕື່ມອີກເພື່ອເດັດດ່ຽວປົກປັກຮັກສາຄວາມໝັ້ນຄົງຂອງຊາດ.
ທ່ານກິມເຈິງອູນ ກ່າວຕື່ມວ່າ: ການເຄື່ອນໄຫວທາງການທະຫານທີ່ມີລັກສະນະຮຸກຮານຕ່າງໆຂອງພວກພັນທະມິດທີ່ປະກອບມີ ສ ເກົາຫຼີ-ອາເມຣິກາ ແລະ ສັດຕູນັ້ນ ໄດ້ນຳເອົາຜົນກະທົບມາໃຫ້ແກ່ຄວາມໝັ້ນຄົງຊາດຂອງ ສປປ ເກົາຫຼີ ເຊິ່ງສະແດງໃຫ້ເຫັນເຖິງຄວາມສຳຄັນ ແລະຄວາມຖືກຕ້ອງດ້ານການເພີ່ມທະວີຄວາມສາມາດດ້ານນິວເຄລຍຂອງຊາດຢ່າງຊັດເຈນ.
ທ່ານກິມເຈິງອູນ ເນັ້ນໜັກວ່າ: ກອງທັບຂອງ ສປປ ເກົາຫຼີຕ້ອງຮັບຮູ້ຄວາມຈິງເປັນຢ່າງດີທີ່ ສ ເກົາຫຼີເປັນປະເທດປໍລະປັກ, ສປປ ເກົາຫຼີໄດ້ທຳລາຍ ແລະ ອັດທາງຫຼວງ ແລະ ທາງລົດໄຟທີ່ຕິດກັບ ສ ເກົາຫຼີໝົດແລ້ວ. ສິ່ງນີ້ບໍ່ພຽງແຕ່ໝາຍຄວາມວ່າໄດ້ປິດລ້ອມທາງດ້ານຟິຊິກເທົ່ານັ້ນ, ຫາກຍັງໝາຍຄວາມວ່າຕ້ອງລຶບລ້າງແນວຄິດກ່ຽວກັບຊົນຊາດດຽວກັນ ແລະ ເຕົ້າໂຮມເປັນເອກະພາບກັນອີກດ້ວຍ. ໃນໂອກາດນີ້, ສປປ ເກົາຫຼີປະກາດວ່າ: ນັບແຕ່ມື້ນີ້ເປັນຕົ້ນໄປ, ໃນເວລາທີ່ ສ ເກົາຫຼີລ່ວງລ້ຳອະທິປະໄຕຂອງ ສປປ ເກົາຫຼີ, ກຳລັງປະກອບອາວຸດຂອງ ສປປ ເກົາຫຼີຈະບໍ່ຖືກຈຳກັດດ້ວຍເງື່ອນໄຂໃດໆ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດທະຫານພາກຕາເວັນອອກຈີນດຳເນີນການຊ້ອມຮົບພາຍໃຕ້ລະຫັດ “ດາບປະສົມ-2024B”
ແລ່ນມາລາທອນເພດຍິງທຳລາຍສະຖິຕິໂລກ
ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ
ຈຳນວນຊາວຈີນທີ່ໄປທ່ອງທ່ຽວຕ່າງປະເທດມີຫວັງຈະຮັກສາທ່ວງທ່າເພີ່ມຂຶ້ນໃນຫຼາຍປີຕໍ່ໜ້າ
ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved