ພາສາລາວ

ສປປເກົາຫຼີກ່າວປະນາມອາເມຣິກາດຳເນີນການເຄື່່ອນໄຫວຕ້ານສປປເກົາຫຼີດ້ວຍຂໍ້ອ້າງ “ສິດທິມະນຸດ”

CRI2024-10-14 10:20:58

ວັນທີ 13 ຕຸລານີ້, ຫົວໜ້າຫ້ອງການນະໂຍບາຍຕໍ່ຕ່າງປະເທດຂອງກະຊວງການຕ່າງປະເທດສປປປເກົາຫຼີກ່າວຄຳເຫັນ ເພື່ອກ່າວປະນາມອາເມຣິກາທີ່ດຳເນີນການເຄື່ອນໄຫວຕ້ານສປປເກົາຫຼີດ້ວຍຂໍ້ອ້າງ“ສິດທິມະນຸດ”.

ເນື້ອໃນຄຳເຫັນຊີ້້ອອກວ່າ: ຫວ່າງບໍ່ດົນມານີ້, “ທູດພິເສດດ້ານສິດທິມະນຸດ” ຂອງກະຊວງການຕ່າງປະເທດອາເມຣິກາໄດ້ເຕົ້າໂຮມຜູ້ກຳອຳນາໃນລັດຖະບານສເກົາຫຼີ ແລະ ຄະນະທີ່ເອີ້ນວ່າ “ສິດທິມະນຸດ” ຢູ່ນະຄອນຫຼວງເຊອູນ ເພື່ອສ້າງກົນອຸບາຍຕ້ານສປປເກົາຫຼີ.

ໂດຍສະເພາະແມ່ນ “ທູດພິເສດດ້ານສິດທິມະນຸດ” ກະຊວງການຕ່າງປະເທດອາເມຣິກາກ່າວວ່າ: “ການສົ່ງຂໍ້ມູນຂ່າວລັບ ແລະ ການປ່າວປະກາດເລື່ອງສາສະໜາ” ຂອງສປປເກົາຫຼີ ແມ່ນ “ເສົາຄ້ຳແກນກາງ່ຂອງນະໂຍບາຍຕໍ່ສປປເກົາຫຼີຂອງອາເມຣິກາ” ໂດຍໄດ້ຍອມຮັບແລ້ວວ່າ: ການປ່ຽນແປງແນວຄິດ ແລະ ໂຄ່ນລົ້ມລະບອບຂອງສປປເກົາຫຼີແມ່ນເປົ້າໝາຍສຳຄັນໃນນະໂຍບາຍຕໍ່ສປປເກົາຫຼີຂອງລັດຖະບານອາເມຣິກາຊຸດປັດຈຸບັນ.

ກະຊວງການຕ່າງປະເທດສປປເກົາຫຼີເຫັນວ່າ: ຂໍ້ອ້າງກ່ຽວກັບ “ສິດທິມະນຸດ” ຂອງອາເມຣິກາໄດ້ລະເມີດກຽດສັກສີ ແລະ ອະທິປະໄຕຂອງສປປເກົາຫຼີຢ່າງປ່າເຖື່ອນ, ທ້າທາຍເກາະຜິດຕໍ່ການເມືອງຢ່າງໜັກໜ່ວງ ຈຶ່ງສະແດງຄວາມເຫັນເພື່ອຄັດຄ້ານຢ່າງເດັດດ່ຽວຕໍ່ກັບເລື່ອງນີ້.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ພູບໍ່ແຮ່ທີ່ບໍ່ໄດ້ໃຊ້ການ ກາຍເປັນອ່າງເງິນອ່າງຄຳ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn