ພາສາລາວ

ສະພາສິດທິມະນຸດອົງການສປຊຮັບຮອງເອົາມະຕິພິເສດກ່ຽວກັບການສ້າງສິ່ງກໍ່ສ້າງສຳລັບຄົນພິການ ແລະຜູ້ອາຍຸສູງທີ່ສະເໜີໂດຍຈີນ ແລະປະເທດອື່ນໆ

cri2024-10-11 14:59:17

ວັນທີ 10 ຕຸລານີ້, ກອງປະຊຸມສະພາສິດທິມະນຸດອົງການສະຫະປະຊາຊາດຄັ້ງທີ 57 ໄດ້ເປິກສາຫາລືແລ້ວຕົກລົງຮັບຮອງເອົາມະຕິກ່ຽວກັບການສ້າງສິ່ງກໍ່ສ້າງສຳລັບຄົນພິການ ແລະຜູ້ອາຍຸສູງຊຸກຍູ້ໃຫ້ທຸກຄົນມີສິດທິມະນຸດທີ່ສະເໜີໂດຍຈີນໃນນາມຜູ້ຕາງໜ້າຂອງ 30 ປະເທດ ເຊັ່ນ: ກາເມີຣູນ, ຮົງດູຣັດ, ປາກິດສະຖານ, ຕູຣາເຄຍ ແລະອື່ນໆ. ນີ້ຖືເປັນຄັ້ງທຳອິດທີ່ອົງການສປຊຮັບຮອງເອົາມະຕິກ່ຽວກັບຫົວຂໍ້ນີ້.

ທ່ານເຊີນສູ້ຍ ຜູ້ຕາງໜ້າຖາວອນຈີນປະຈຳສຳນັກງານອົງການສະຫະປະຊາຊາດ ແລະອົງການຈັດຕັ້ງສາກົນອື່ນໆທີ່ນະຄອນເຊີແນວຂອງສະວິດໄດ້ກ່າວໃນເວລາແນະນຳຮ່າງມະຕິສະບັບນີ້ວ່າ: ວຽກງານສ້າງສິ່ງກໍ່ສ້າງສຳລັບຄົນພິການ ແລະຜູ້ອາຍຸສູງສາມາດເຮັດໃຫ້ຜົນການພັດທະນາສົ່ງຜົນປະໂຫຍດໃຫ້ແກ່ປະຊາຊົນທົ່ວໄປ, ເຮັດໃຫ້ທຸກຄົນມີໂອກາດສະເໝີພາບກັນ ແລະບັນລຸການພັດທະນາທົ່ວໄປແບບໂອບເອື້ອອາລີ. ຫວັງວ່າບັນດາຝ່າຍຈະບັນລຸຄວາມເຫັນທີ່ເປັນເອກະພາບກັນວ່າ “ທຸກຄົນສາມາດຊົມໃຊ້ສິ່ງກໍ່ສ້າງແບບບໍ່ມີສິ່ງກີດຂວາງ” ແລະຮ່ວມກັນຊຸກຍູ້ວຽກງານການສ້າງສິ່ງກໍ່ສ້າງສຳລັບຄົນພິການ ແລະຜູ້ອາຍຸສູງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn