ພາສາລາວ

ນາຍົກປາກິດສະຖານກ່າວປະນາມຢ່າງຮຸນແຮງຕໍ່ເຫດການໂຈມຕີແບບກໍ່ການຮ້າຍທີ່ແນໃສ່ຂະບວນລົດຂອງວິສາຫະກິດຈີນ

cri2024-10-08 14:38:25

ວັນທີ 7 ຕຸລານີ້, ທ່ານມູຮາມັດ ຊາບາ ຊາຣິຟ ນາຍົກລັດຖະມົນຕີປາກິດສະຖານໄດ້ກ່າວປະນາມຢ່າງຮຸນແຮງຕໍ່ເຫດການໂຈມຕີແບບກໍ່ການຮ້າຍທີ່ແນໃສ່ຂະບວນລົດຂອງວິສາຫະກິດຈີນທີ່ເກີດຂຶ້ນຢູ່ນະຄອນກາຣາຈີ ເທດສະບານແຂວງຊິນທາງພາກໃຕ້ຂອງປາກິດສະຖານ.

ທ່ານຊາບາ ຊາຣິຟໄດ້ອອກຖະແຫຼງການວ່າ: ເຫດການເສົ້າສະຫຼົດໃຈທີ່ເກີດຂຶ້ນຢູ່ນະຄອນກາຣາຈີໃນຕອນຄ່ຳຂອງວັນທີ 6 ຕຸລານີ້ໄດ້ເຮັດໃຫ້ຝ່າຍຈີນມີຜູ້ເສຍຊີວິດ 2 ຄົນແລະບາດເຈັບ 1 ຄົນ, ທ່ານຮູ້ສຶກຕື່ນຕົກໃຈແລະເສຍໃຈທີ່ສຸດຕໍ່ກັບເລື່ອງນີ້. ທ່ານກ່າວປະນາມຢ່າງຮຸນແຮງຕໍ່ການກະທຳທີ່ໜ້າລັງກຽດນີ້ແລະໄດ້ສະແດງຄວາມໄວ້ອາໄລຢ່າງສຸດຊຶ້ງຕໍ່ຜູ້ເສຍຊີວິດ, ສະແດງຄວາມຢື້ຢາມຖາມຂ່າວຢ່າງຈິງໃຈຕໍ່ຄອບຄົວຂອງຜູ້ເສຍຊີວິດ, ຫວັງວ່າຜູ້ບາດເຈັບຈະຟື້ນຟູສຸຂະພາບໂດຍໄວ.

ທ່ານຊາບາ ຊາຣີຟກ່າວວ່າ: ປາກິດສະຖານກຳລັງດຳເນີນການເກັບກຳຂໍ້ມູນເພື່ອສືບສວນສອບສວນຜູ້ກໍ່ເຫດການໃຫ້ມີຄວາມຈະແຈ້ງແລະຈະລົງໂທດຕາມກົດໝາຍ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ປະທານາທິບໍດີນາມິບີ: ປະເທດຕາເວັນຕົກເວົ້າວ່າປະເທດຈີນເປັນ “ອິດທິກຳລັງລ່າເມືອງຂຶ້ນແບບໃໝ່” ແມ່ນເປັນຍ້ອນອິດສາຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn