ພາສາລາວ

ຫຼາຍຝ່າຍຄັດຄ້ານຢ່າງຮຸນແຮງຕໍ່ສະຫະພາບເອີຣົບເພີ່ມພາສີຕໍ່ລົດພະລັງງານໄຟຟ້າຂອງຈີນ

CRI2024-10-07 11:42:37

ວັນທີ 4 ຕຸລານີ້, ຜູ້ຕາງໜ້າປະເທດສະມາຊິກຂອງສະຫະພາບເອີຣົບໄດ້ປ່ອນບັດຮັບຮອງຮ່າງມະຕິວ່າດ້ວຍຜົນການຕັດສິນສຸດທ້າຍຂອງແຜນການຕ້ານການອຸດໜູນຕໍ່ລົດພະລັງງານໄຟຟ້າທີ່ສະເໜີໂດຍຄະນະກຳມາທິການສະຫະພາບເອີ ຣົບ, ໂດຍຈະເກັບພາສີຕ້ານການອຸດໜູນຂາດຕົວຕໍ່ລົດພະລັງງານໄຟຟ້າທີ່ຜະລິດຢູ່ຈີນ. ພາຍຫຼັງສະຫະພາບເອີຣົບໄດ້ເປີດເຜີຍຂໍ້ຕົກລົງດັ່ງກ່າວ, ກໍໄດ້ຮັບສຽງຄັດຄ້ານຢ່າງຈະແຈ້ງຈາກວິສາຫະກິດຜະລິດລົດຍົນຫຼາຍແຫ່ງຂອງເອີຣົບ.

ວິສາຫະກິດຜະລິດລົດຍົນຕົ້ນຕໍຂອງເອີຣົບເຊັ່ນ: ວອກສ໌ວາເກິນ, BMW, ເມິເຊເດສ-ເປນສ໌ ເປັນຕົ້ນລ້ວນແຕ່ກ່າວເນັ້ນໜັກວ່າ: ການເພີ່ມພາສີຕໍ່ລົດພະລັງງານໄຟຟ້າຂອງຈີນແມ່ນ “ການກະທໍາທີ່ຜິດພາດ”. ປະທານສະມາຄົມອຸດສາຫະກໍາລົດຍົນເຢຍລະມັນໄດ້ຢືນຢັນເມື່ອວັນທີ 4 ຕຸລານີ້ວ່າ: ສະຫະພາບເອີຣົບເພີ່ມພາສີຕໍ່ລົດພະລັງງານໄຟຟ້າຂອງຈີນຈະສ້າງຜົນສະທ້ອນທີ່ບໍ່ດີຕໍ່ອຸດສາຫະກໍາລົດຍົນຂອງເອີຣົບ.

ພ້ອມດຽວກັນນີ້, ຜູ້ປະກອບການອຸດສາຫະກໍາລົດຍົນຂອງປະເທດຕ່າງໆ ເຊັ່ນ: ບຸນກາຣີ, ໂປໂລຍ, ໂກຼອາຊີ, ມານຕາ ເປັນຕົ້ນກໍພາກັນຢືນຢັນວ່າ: ການເພີ່ມພາສີຈະເພີ່ມພາລະໃຫ້ແກ່ຜູ້ບໍລິໂພກເອີຣົບ ແລະ ຈະບໍ່ມີຜົນດີຕໍ່ການແຂ່ງຂັນຢ່າງປອດໃສກໍຄືການຫັນເປັນແບບສີຂຽວຂອງອຸດສາຫະກໍາລົດຍົນພະລັງງານໄຟຟ້າຂອງເອີຣົບນໍາອີກ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ

ເບີກບານມ່ວນຊື່ນໃນຍາມພັກ

ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ

ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ

ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?

“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn