ໂຮງຮຽນລັດທົ່ວປະເທດລີບັງປະກາດເລື່ອນເວລາໄຂສົກຮຽນໃໝ່
ວັນທີ 6 ຕຸລານີ້, ກະຊວງສຶກສາທິການລີບັງຢືນຢັນວ່າ: ເນື່ອງຈາກວ່າການປະທະກັນລະຫວ່າງອິດສະຣາແອນກັບກຸ່ມເຮັສບູນລາລີບັງຍົກລະດັບສູງຂຶ້ນເລື້ອຍໆ, ໂຮງຮຽນລັດທົ່ວປະເທດລີບັງຈະເລື່ອນເວລາໄຂສົກຮຽນໃໝ່.
ທ່ານອັບບາສ ຮາລາບີ ລັດຖະມົນຕີກະຊວງສຶກສາທິການລີບັງກ່າວວ່າ: ໂຮງຮຽນຈຳນວນໜຶ່ງຢູ່ພາຍໃນລີບັງຖືກໂຈມຕີທຳລາຍ, ຍັງມີໂຮງຮຽນສ່ວນໜຶ່ງກາຍເປັນບ່ອນລີ້ໄພຊົ່ວຄາວຂອງຜູ້ບໍ່ມີບ່ອນຢູ່ອາໄສ, ດັ່ງນັ້ນ, ກະຊວງສຶກສາທິການລີບັງຈິ່ງຕົກລົງເລື່ອນເວລາໄຂສົກຮຽນໃໝ່ຂອງໂຮງຮຽນລັດທົ່ວປະເທດໄປຮອດທ້າຍເດືອນຕຸລານີ້, ຕໍ່ໜ້ານີ້ຍັງຈະສືບຕໍ່ປ່ຽນເວລາໄຂສົກຮຽນໃໝ່ຕາມການປ່ຽນແປງຂອງສະຖານະການ.
ຕໍ່ກັບເລື່ອງນີ້, ນັກຮຽນແລະຜູ້ປົກຄອງຈຳນວນໜຶ່ງຫວັງວ່າສະຖານະການຈະຜ່ອນຄາຍລົງໂດຍໄວ ເພື່ອໃຫ້ຜູ້ບໍ່ມີບ່ອນຢູ່ອາໄສກັບຄືນສູ່ບ້ານເຮືອນຂອງຕົນ ແລະ ນັກຮຽນສາມາດກັບໄປຮຽນຢູ່ໂຮງຮຽນໄດ້ໂດຍໄວ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ເຂດບໍລິຫານພິເສດມາກາວຂອງຈີນສະເຫຼີມສະຫຼອງ ສປ ຈີນສະຖາປະນາຂຶ້ນຄົບຮອບ 75 ປີ
ເບີກບານມ່ວນຊື່ນໃນຍາມພັກ
ຈັດກິດຈະກຳຫຼາກຫຼາຍສີສັນເພື່ອສະເຫຼີມສະຫຼອງວັນຊາດຈີນ
ເປັນຫຍັງປະຊາຊົນຈີນຈິ່ງມັກພາກັນໄປຊົມພິທີຊັກທຸງຊາດຂຶ້ນເສົາຢູ່ສະໜາມຫຼວງທ່ຽນອ່ານເໝິນ
ແມ່ນຫຍັງທີ່ເຮັດໃຫ້ “ການທ່ຽວຈີນ” ໄດ້ຮັບຄວາມນິຍົມຊົມຊອບທີ່ສຸດ?
“ການທ່ອງທ່ຽວຍາມລາຕີແບບຈີນ” ກາຍເປັນຈຸດສຸມໃໝ່ດ້ານການທ່ອງທ່ຽວວັດທະນະທຳຈີນ
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved