ພາສາລາວ

ທ່ານສີຈິ້ນຜິງປະກາດ6ມາດຕະການຂອງຈີນເພື່ອສະໜັບສະໜູນການສ້າງຄູ່ຮ່ວມຊາຕາກໍາຈີນ-ແຊັກບີໃນຍຸກໃໝ່ໄລຍະທໍາອິດ

CRI2024-05-08 21:15:07

ໃນເວລາຮ່ວມກັນຖະແຫຼງຂ່າວຕໍ່ສື່ມວນຊົນກັບທ່ານ ອາເລັກຊັນດາ ວູຊິກ ປະທານາທິບໍດີແຊັກບີ, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ປະກາດ6ມາດຕະການຂອງຈີນເພື່ອສະໜັບສະໜູນການສ້າງຄູ່ຮ່ວມຊາຕາກໍາຈີນ-ແຊັກບີໃນຍຸກໃໝ່ໄລຍະທໍາອິດຄື:

ໜຶ່ງ: ພາຍໃຕ້ຄວາມພະຍາຍາມຮ່ວມກັນຂອງສອງຝ່າຍ, ສັນຍາການຄ້າເສລີຈີນ-ແຊັກບີຈະເລີ່ມມີຜົນສັກສິດນັບແຕ່ວັນທີ1ກໍລະກົດ 2024ເປັນຕົ້ນໄປ.

ສອງ:ຈີນສະໜັບສະໜູນແຊັກບີເປັນເຈົ້າພາບຈັດງານວາງສະແດງໂລກ ປະເພດວິຊາການ 2027, ເມື່ອຮອດເວລານັ້ນຈີນຈະສົ່ງຕົວແທນເຂົ້າຮ່ວມງານວາງສະແດງດັ່ງກ່າວ ແລະ ສົ່ງເສີມໃຫ້ວິສາຫະກິດຈີນປະກອບສ່ວນເຂົ້າໃນໂຄງການກໍ່ສ້າງທີ່ກ່ຽວຂ້ອງ.

ສາມ: ຈີນຍິນດີເປີດກວ້າງການນໍາເຂົ້າຜະລິດຕະພັນກະສິກໍາທີ່ມີເອກະລັກ ແລະ ມີຄຸນນະພາບດີຂອງແຊັກບີ.

ສີ່:ຈີນຈະສະໜັບສະໜູນນັກວິທະຍາສາດໜຸ່ມແຊັກບີ 50 ຄົນເຂົ້າມາດໍາເນີນການແລກປ່ຽນດ້ານການຄົ້ນຄວ້າວິທະຍາສາດຢູ່ຈີນໃນ3ປີຕໍ່ໜ້າ.

ຫ້າ:ຈີນຈະເຊີນຊາວໜຸ່ມ-ເຍົາວະຊົນແຊັກບີ300ຄົນມາສຶກສາຮ່ຳຮຽນຢູ່ຈີນໃນ3ປີຕໍ່ໜ້າ.

ຫົກ:ຈີນສະແດງຄວາມຍິນດີທີ່ແຊັກບີເພີ່ມເສັ້ນທາງການບິນໂດຍກົງລະຫວ່າງນະຄອນຫຼວງແບນກຣາດ-ນະຄອນຊຽງໄຮຈີນ, ທັງຈະສົ່ງເສີມໃຫ້ວິສາຫະກິດຂົນສົ່ງທາງອາກາດຂອງສອງປະເທດເປີດເສັ້ນທາງການບິນໂດຍກົງລະຫວ່າງນະຄອນຫຼວງແບນກຣາດ-ນະຄອນກວາງໂຈ່ວຈີນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຄວາມສວຍງາມກາຍເປັນລາຍຮັບ ດອກໂບຕັນໄດ້ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດ

ສ້າງເສັ້ນທາງແຫ່ງຄວາມຮັ່ງມີດ້ວຍການຈັກສານເຄື່ອງໃຊ້ຫວາຍ

ພົບກັບທ່ານ ສີຈິ້ນຜິງ ຂ້າພະເຈົ້າກຳລັງພິຈາລະນາຂຽນປື້ມກ່ຽວກັບຄວາມຊົງຈຳຂອງພວກ ເຮົາ

ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດປັກກິ່ງປີ 2024

ການຮ່ວມມືດ້ານພະລັງງານສະອາດລະຫວ່າງຈີນ-ລາວນຳເອົາໂອກາດພັດທະນາສີຂຽວໃຫ້ແກ່ປະເທດລາວ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn