ພາສາລາວ

ຈີນກັບອາເມຣິກາຈະເຈລະຈາກັນກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ

cri2024-05-08 14:37:39

ໂດຍຜ່ານການເປິກສາຫາລືສອງຝ່າຍຈີນ-ອາເມຣິກາ, ທ່ານຫຼິວເຈີ້ນມິນ ທູດພິເສດວຽກງານການປ່ຽນແປງດ້ານດິນຟ້າອາກາດຂອງຈີນຈະເດີນທາງໄປອາເມຣິກາໃນລະຫວ່າງວັນທີ ພຶດສະພານີ້ ເຊິ່ງຈະພົບປະເຈລະຈາກັບທ່ານຈອນ ໂປເດສຕາ ທີ່ເປິກສາລະດັບສູງດ້ານນະໂຍບາຍດິນຟ້າອາກາດສາກົນຂອງປະທານາທິບໍດີອາເມຣິກາ. ສອງຝ່າຍຈະຖືເອົາຄວາມເຫັນທີ່ເປັນເອກະພາບກັນຂອງປະມຸກລັດສອງປະເທດເປັນທິດຊີ້ນຳນຳພາ, ແລກປ່ຽນຄວາມເຫັນຢ່າງເລິກເຊິ່ງໂດຍປິ່ນອ້ອມ “ຖະແຫຼງການບ້ານເມືອງທີ່ສະຫວ່າງສະໄຫວກ່ຽວກັບການເພີ່ມທະວີການຮ່ວມມືເພື່ອຮັບມືກັບວິກິດການດ້ານດິນຟ້າອາກາດ” ແລະຄວາມເຫັນທີ່ເປັນເອກະພາບກັນອື່ນໆ, ຊຸກຍູ້ການຮ່ວມມືດ້ານດິນຟ້າອາກາດຈີນ-ອາເມຣິກາໃຫ້ໄດ້ຮັບຜົນງານຕົວຈິງ ແລະອື່ນໆ. ທ່ານຫຼິວເຈີ້ນມິນຍັງຈະແລກປ່ຽນຄວາມເຫັນກັບຝ່າຍທີ່ກ່ຽວຂ້ອງຂອງອົງການສະຫະປະຊາຊາດ ພ້ອມດ້ວຍອົງການປົກຄອງທ້ອງຖິ່ນແລະຄັງປັນຍາຂອງອາເມຣິກາກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດແລະຫົວຂໍ້ອື່ນໆ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຄວາມສວຍງາມກາຍເປັນລາຍຮັບ ດອກໂບຕັນໄດ້ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດ

ສ້າງເສັ້ນທາງແຫ່ງຄວາມຮັ່ງມີດ້ວຍການຈັກສານເຄື່ອງໃຊ້ຫວາຍ

ພົບກັບທ່ານ ສີຈິ້ນຜິງ ຂ້າພະເຈົ້າກຳລັງພິຈາລະນາຂຽນປື້ມກ່ຽວກັບຄວາມຊົງຈຳຂອງພວກ ເຮົາ

ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດປັກກິ່ງປີ 2024

ການຮ່ວມມືດ້ານພະລັງງານສະອາດລະຫວ່າງຈີນ-ລາວນຳເອົາໂອກາດພັດທະນາສີຂຽວໃຫ້ແກ່ປະເທດລາວ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn