ພາສາລາວ

ທ່ານປູຕິນສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີສະຫະພັນຣັດເຊຍສະໄໝທີ8

cri2024-05-08 10:58:46

ວັນທີ7ພຶດສະພານີ້, ທ່ານ ວະລາດີເມຍ ປູຕິນ ໄດ້ສາບານຕົວຂຶ້ນຮັບຕຳແໜ່ງປະທານາທິບໍດີສະຫະພັນຣັດເຊຍສະໄໝທີ8.

ຫຼັງຈາກສາບານຕົວ, ທ່ານປູຕິນໄດ້ກ່າວຄຳປາໄສຂຶ້ນຮັບຕຳແໜ່ງໂດຍກ່າວຢືນຢັນວ່າ: ການປົກປ້ອງຣັດເຊຍພ້ອມທັງຮັບໃຊ້ປະຊາຊົນເປັນກຽດສະຫງ່າແລະໜ້າທີ່ອັນໃຫຍ່ຫຼວງແລະເປັນພັນທະອັນສັກສິດຂອງຕົນ, ຜົນປະໂຫຍດແລະຄວາມປອດໄພຂອງປະຊາຊົນຣັດເຊຍແມ່ນຢູ່ເໜືອກວ່າທຸກສິ່ງຢ່າງ. ຣັດເຊຍຍ່ອມຈະສາມາດຜ່ານຜ່າໄລຍະລຳບາກໄດ້ຢ່າງມີກຽດສັກສີແນ່ນອນພ້ອມທັງຈະສາມາດຈັດຕັ້ງປະຕິບັດແຜນການໄລຍະຍາວ ແລະໂຄງການທີ່ຍິ່ງໃຫຍ່ໃຫ້ເກີດມີປະສິດທິຜົນທີ່ດີແລະບັນລຸເປົ້າໝາຍການພັດທະນາ.ພ້ອມດຽວກັນນັ້ນ, ຣັດເຊຍຍັງຈະສືບຕໍ່ເພີ່ມທະວີສາຍພົວພັນທີ່ດີງາມກັບທຸກປະເທດທີ່ຣັດເຊຍເຫັນວ່າເປັນຄູ່ຮ່ວມມືທີ່ໜ້າໄວ້ໃຈໄດ້, ຂະນະດຽວກັນຈະບໍ່ປະຕິເສດການສົນທະນາບັນຫາຕ່າງໆເຊິ່ງລວມທັງບັນຫາຄວາມໝັ້ນຄົງກັບປະເທດຕາເວັນຕົກ, ແຕ່ເງື່ອນໄຂເບື້ອງຕົ້ນຕ້ອງມີຄວາມສະເໝີພາບແລະເຄົາລົບເຊິ່ງກັນແລະກັນ. ຣັດເຊຍຈະຮ່ວມກັບຄູ່ຮ່ວມມືສືບຕໍ່ສຸມກຳລັງເຂົ້າໃນການສ້າງລະບຽບໂລກຫຼາຍຂົ້ວແລະລະບົບຄວາມໝັ້ນຄົງທີ່ສະເໝີພາບ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ຄວາມສວຍງາມກາຍເປັນລາຍຮັບ ດອກໂບຕັນໄດ້ເພີ່ມພະລັງແຮງເຂົ້າໃນການພັດທະນາເສດຖະກິດ

ສ້າງເສັ້ນທາງແຫ່ງຄວາມຮັ່ງມີດ້ວຍການຈັກສານເຄື່ອງໃຊ້ຫວາຍ

ພົບກັບທ່ານ ສີຈິ້ນຜິງ ຂ້າພະເຈົ້າກຳລັງພິຈາລະນາຂຽນປື້ມກ່ຽວກັບຄວາມຊົງຈຳຂອງພວກ ເຮົາ

ລົດໃຊ້ພະລັງງານໃໝ່ໄດ້ກາຍເປັນ “ພະເອກ" ໃນງານວາງສະແດງລົດປັກກິ່ງປີ 2024

ການຮ່ວມມືດ້ານພະລັງງານສະອາດລະຫວ່າງຈີນ-ລາວນຳເອົາໂອກາດພັດທະນາສີຂຽວໃຫ້ແກ່ປະເທດລາວ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn