ພາສາລາວ

ທ່າທີທີ່ແຕກຕ່າງກັນຕໍ່ກັບມະຕິ 2 ສະບັບ ສ່ອງແສງເຖິງນ້ຳໃຈທີ່ມີຄວາມຮັບຜິດຊອບຂອງຈີນ

CRI2024-03-27 16:13:23

ໃນວັນສຸກອາທິດຜ່ານມາ, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ດຳເນີນການລົງຄະແນນສຽງຕໍ່ຮ່າງມະຕິອີກສະບັບໜຶ່ງກ່ຽວກັບສະຖານະການຢູ່ເຂດກາຊາທີ່ສະເໜີໂດຍອາເມຣິກາ, ຈີນ, ອານເຊຣີ, ແລະ ຣັດເຊຍໄດ້ປ່ອນບັດຄັດຄ້ານ, ຮ່າງມະຕິດັ່ງກ່າວບໍ່ໄດ້ຜ່ານການຮັບຮອງ.

ຕາມທີ່ຮູ້ກັນແລ້ວວ່າ, ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນ ກັບອິດສະຣາແອນເປັນຕົ້ນມາ, ວິກິດການທາງມະນຸດສະທຳຢູ່ເຂດກາຊານັບມື້ນັບຮ້າຍແຮງກວ່າເກົ່າ. ສົງຄາມທີ່ແກ່ຍາວມາເປັນເວລາດົນນານນັ້ນພາໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບເປັນຈຳນວນຫຼວງຫຼາຍ, ປະຊາຊົນຜູ້ບໍລິສຸດກາຍເປັນຜູ້ປະສົບເຄາະຮ້າຍຢ່າງໜັກໜ່ວງທີ່ສຸດ. ແຕ່ວ່າ ອາເມຣິກາໄດ້ຢັບຢັ້ງຄວາມຮັບຮູ້ທີ່ເປັນເອກະພາບກັນຂອງສະມາຊິກສະພາຄວາມໝັ້ນຄົງເທື່ອແລ້ວເທື່ອອີກ, ເຮັດແບບຫຼິ້ນຄວາມ, ຫຼີກລ່ຽງບັນຫາການຢຸດຍິງທີ່ເປັນບັນຫາແກນກາງ. ສຳລັບຮ່າງມະຕິດັ່ງກ່າວທີ່ສະເໜີໂດຍອາເມຣິກາ, ພໍເບິ່ງຜິວເຜີນຄືຊິມີຄວາມເອົາໃຈໃສ່ຕໍ່ຄວາມທຸກທໍລະມານຂອງປະຊາຊົນຢູ່ເຂດກາຊາ. ແຕ່ເມື່ອພິຈາລະນາລະອຽດແລ້ວ, ກໍຈະຄົ້ນພົບຂໍ້ບົກຜ່ອງ ແລະ ກັບດັກຢູ່ໃນນັ້ນ.

ກ່ອນອື່ນ, ການຢຸດຍິງທີ່ອາເມຣິກາສະເໜີນັ້ນ, ບໍ່ແມ່ນການຢຸດຍິງແບບຖາວອນ, ແຕ່ເປັນໄລຍະ 6 ອາທິດເທົ່ານັ້ນ. ການກະທຳແບບນີ້ແມ່ນຍັງເຫຼືອຄວາມສ່ຽງບົ່ມຊ້ອນທີ່ຈະເກີດສົງຄາມຄືນໃໝ່; ອີກຢ່າງໜຶ່ງ, ໃນເລື່ອງທີ່ປ່ອຍໂຕຜູ້ທີ່ຖືກກັກໄວ້ນັ້ນ, ອາເມຣິກາມີເຈຕະນາປິດບັງບັນຫາຈຸດສຸມ, ໂຍນຄວາມຮັບຜິດຊອບໃສ່ກຸ່ມຮາມາສ. ໃນຄວາມເປັນຈິງແລ້ວ, ຝ່າຍກຸ່ມຮາມາສໄດ້ມີທ່າທີອັນຕັ້ງໜ້າຕໍ່ກັບເລື່ອງນີ້, ແຕ່ອິດສະຣາແອນບໍ່ຍອມປ່ອຍຄົນປາແລັດສະຕິນທີ່ຖືກກັກໄວ້. ອາເມຣິກາບໍ່ພຽງແຕ່ໄດ້ເບິ່ງຂ້າມເລື່ອງນີ້ໄປເທົ່ານັ້ນ, ແຕ່ຍັງໄດ້ກຳນົດເປັນປະຖົມປັດໄຈສຳລັບການຢຸດຍິງ, ເຊິ່ງມີຈຸດປະສົງເພື່ອຢາກແກ້ຕົວໃຫ້ອິດສະຣາແອນ. ສິ່ງທີ່ເຮັດໃຫ້ຄົນຮູ້ສຶກວິຕົກກັງວົນນັ້ນກໍຄື, ຮ່າງມະຕິຂອງອາເມຣິກາໄດ້ສ່ອງແສງເຖິງຫຼັກໝັ້ນທີ່ບໍ່ມີຄວາມສະເໝີພາບກັນ, ໂດຍບໍ່ໄດ້ກ່າວເຖິງການກະທຳທີ່ຜິດພາດຂອງອິດສະຣາແອນແມ່ນແຕ່ໜ້ອຍດຽວເລີຍ, ແຕ່ຍັງທວງໃຫ້ສະມາຊິກອົງການສະຫະປະຊາຊາດສະກັດກັ້ນການຊ່ວຍເຫຼືອຕໍ່ກຸ່ມຮາມາສອີກ. ເມື່ອປະເຊີນໜ້າກັບຮ່າງມະຕິທີ່ມີຂໍ້ບົກຜ່ອງຫຼາຍຂໍ້ ແລະ ປາກບໍ່ຖືກກັບໃຈນັ້ນ, ຄະນະຜູ້ແທນຈີນຕ້ອງໄດ້ປະຕິເສດຢ່າງເດັດຂາດແນ່ນອນ.

ບັດນີ້ມາເວົ້າເຖິງມະຕິສະບັບອື່ນ, ວັນທີ25 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຜ່ານມະຕິ, ໂດຍຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີໃນໄລຍະບຸນຖືສິນອົດ, ເພື່ອບັນລຸການຢຸດຍິງໄລຍະຍາວ ແລະ ຕໍ່ເນື່ອງ. ນີ້ແມ່ນສະພາຄວາມໝັ້ນຄົງຜ່ານມະຕິທີ່ຮຽກຮ້ອງໃຫ້ຢຸດຍິງທັນທີຢູ່ເຂດກາຊາເປັນຄັ້ງທຳອິດນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນ ແລະ ອິດສະຣາແອນຮອບໃໝ່ໃນວັນທີ 7 ຕຸລາ 2023 ເປັນຕົ້ນມາ. ສະມາຊິກສະພາຄວາມໝັ້ນຄົງອົງການສະຫະປະຊາຊາດ 14 ປະເທດ ເຊິ່ງລວມທັງປະເທດຈີນໄດ້ລົງຄະແນນສຽງເຫັນດີຕໍ່ຮ່າງມະຕິດັ່ງກ່າວ, ແຕ່ອາເມຣິກາໄດ້ງົດອອກສຽງ.

ເມື່ອສົມທຽບຮ່າງມະຕິສອງສະບັບນີ້ແລ້ວເຫັນວ່າ, ຮ່າງມະຕິທີ່ໄດ້ຜ່ານການຮັບຮອງແມ່ນຮຽກຮ້ອງໃຫ້ຢຸດຍິງໂດຍບໍ່ມີເງື່ອນໄຂໃດໆ, ມີທ່າທີອັນຊັດເຈນ ແລະ ມີທິດທາງທີ່ຖືກຕ້ອງ, ໄດ້ສ່ອງແດງໃຫ້ເຫັນເຖິງຄວາມປາດຖະໜາທົ່ວໄປຂອງປະຊາຄົມໂລກ. ເມື່ອສົມທຽບທ່າທີທີ່ແຕກຕ່າງກັນຂອງຈີນທີ່ມີຕໍ່ຮ່າງມະຕິສອງສະບັບນີ້, ພວກເຮົາສາມາດເຫັນໄດ້ວ່າ, ນີ້ໄດ້ສະແດງໃຫ້ເຫັນເຖິງພາບພົດຂອງຈີນທີ່ມີນ້ຳໃຈຮັບຜິດຊອບ. ການປົກປັກຮັກສາຄວາມຍຸຕິກຳ ແລະ ຄວາມເປັນທຳ, ປົກປ້ອງກຽດສັກສີຂອງອົງການສະຫະປະຊາຊາດ, ປົກປັກຮັກສາສັນຕິພາບ ແລະ ສະຖຽນລະພາບຂອງໂລກ, ເປັນຄວາມຮັບຜິດຊອບໃນສິ່ງທີ່ຄວນເຮັດຂອງຈີນ, ແລະກໍເປັນຄຳໝັ້ນສັນຍາທີ່ບໍ່ມີການປ່ຽນແປງຂອງຈີນ.

ນັບແຕ່ເກີດການປະທະກັນລະຫວ່າງປາແລັດສະຕິນກັບອິດສະຣາແອນຮອບນີ້ເປັນຕົ້ນມາ, ຈີນໄດ້ສຸມຄວາມພະຍາຍາມເພື່ອບັນລຸສັນຕິພາບ ແລະ ກອບກູ້ຊີວິດ. ຜູ້ນຳຈີນໄດ້ບັນລະຍາຍຫຼັກການ ຫຼັກໝັ້ນຂອງຈີນກ່ຽວກັບສະຖານະການລະຫວ່າງປາແລັດສະຕິນກັບອິດສະຣາແອນຫຼາຍຄັ້ງ, ຮຽກຮ້ອງໃຫ້ຢຸດຍິງທັນທີ, ປ້ອງກັນບໍ່ໃຫ້ການປະທະກັນຂະຫຍາຍວົງກວ້າງອອກ, ຮັບປະກັນຄວາມໂລ່ງລ່ຽນຂອງເສັ້ນທາງຊ່ວຍເຫຼືອດ້ານມະນຸດສະທຳ, ເນັ້ນໜັກວ່າ ທາງອອກພື້ນຖານແມ່ນຈັດຕັ້ງປະຕິບັດ “ແຜນສອງປະເທດ”, ຊຸກຍູ້ໃຫ້ແກ້ໄຂບັນຫາປາແລັດສະຕິນຢ່າງຮອບດ້ານ ຍຸຕິທຳ ແລະ ຖາວອນໂດຍໄວ. ນອກນີ້, ຈີນຍັງໄດ້ສະໜອງການຊ່ວຍເຫຼືອສຸກເສີນດ້ານມະນຸດສະທຳ ເຊິ່ງລວມທັງ ອາຫານ ຢາປົວພະຍາດ ອຸປະກອນການແພດ ແລະອື່ນໆໃຫ້ເຂດກາຊາຢ່າງຕໍ່ເນື່ອງ. ວັນທີ 28 ມີນານີ້, ເຂົ້າສານທີ່ຈີນຊ່ວຍເຫຼືອປາແລັດສະຕິນຈະຖືກຂົນສົ່ງໄປຮອດທ່າກຳປັ່ນຊາອິດຂອງເອຢິບ, ແລ້ວຈະຜ່ານດ່ານລາຟາສົ່ງໄປເຂດກາຊາ. ຫຼັກໝັ້ນອັນຍຸຕິທຳ ແລະ ການເຄື່ອນໄຫວທີ່ຕັ້ງໜ້າຂອງຈີນໄດ້ຮັບການຕີລາຄາຢ່າງສູງຈາກປະຊາຄົມໂລກ ໂດຍສະເພາະແມ່ນປະເທດອາຣັບຕ່າງໆ. ທ່ານໂອຄາຊາ ຊ່ຽວຊານຂອງສູນຄົ້ນຄວ້າການເມືອງ ແລະ ຍຸດທະສາດປີຣາມິດເອຢິບກ່າວວ່າ, ການເຄື່ອນໄຫວອັນຕັ້ງໜ້າຂອງຈີນໄດ້ຢືນຢັນຢ່າງເຕັມສ່ວນວ່າ ຈີນເປັນປະເທດໃຫຍ່ທີ່ມີນ້ຳໃຈຮັບຜິດຊອບ ແລະ ສະໜັບສະໜູນພາລະກິດແຫ່ງຄວາມເປັນທຳ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດງານວາງສະແດງພະລັງງານສະອາດສາກົນຈີນ 2024 ຢູ່ນະຄອນຫຼວງປັກກິ່ງ

ທ່ຽວຊົມດອກສະກຸຣະຢູ່ໜອງຕາເວັນຕົກ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn