ພາສາລາວ

ທ່ານ ວະລາດີເມຍ ປູຕິນ ແລະ ທ່ານ ຫງວນຟູຈອງ ໄດ້ສົນທະນາທາງໂທລະສັບ

cri2024-03-27 14:46:20

ວັນທີ 26 ມີນານີ້, ທຳນຽບແກລມແລັງຣັດເຊຍແຈ້ງໃຫ້ຮູ້ວ່າ: ມື້ດຽວກັນ, ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍໄດ້ສົນທະນາທາງໂທລະສັບກັບທ່ານ ຫງວນຟູຈົງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກຄອມມູນິດຫວຽດນາມຕາມຄຳເຊີນ.

ທ່ານ ຫງວນຟູຈອງໄດ້ໄວ້ອາໄລຢ່າງສຸດຊຶ້ງຕໍ່ເຫດການຫຼອນໂຈມຕີແບບກໍ່ການຮ້າຍທີ່ເກີດຂຶ້ນຢູ່ໂຮງດົນຕີ “ເມືອງໂຄຣຄາສ" ຂອງຣັດເຊຍ. ທັງສອງທ່ານໄດ້ແລກປ່ຽນຄວາມຄິດເຫັນກ່ຽວກັບສາຍພົວພັນສອງຝ່າຍ ເຊັ່ນ: ຊຸກຍູ້ການຮ່ວມມືດ້ານເສດຖະກິດການຄ້າ, ເຕັກໂນໂລຊີ ແລະ ວັດທະນາທຳເປັນຕົ້ນ. ສອງຝ່າຍເຫັນດີສືບຕໍ່ດຳເນີນການແລກປ່ຽນຂັ້ນຕ່າງໆ ແລະ ການຕິດຕໍ່ພົວພັນລະຫວ່າງບຸກຄົນ.

ນອກຈາກນີ້, ທ່ານຫງວນຟູຈອງຍັງໄດ້ເຊື້ອເຊີນທ່ານ ວະລາດີເມຍ ປູຕິນເດີນທາງໄປຢ້ຽມຢາມຫວຽດນາມຢ່າງເປັນທາງການ. ອີງຕາມຖະແຫຼງການຂອງຄະນະວຽກງານການຕ່າງປະເທດສູນກາງພັກຄອມມູນິດຫວຽດນາມ, ທ່ານວະລາດີເມຍ ປູຕິນ ໄດ້ຮັບເອົາການເຊື້ອເຊີນ ແລະ ເຫັນດີໃຫ້ສອງຝ່າຍຈັດສັນເວລາທີ່ເໝາະສົມ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດງານວາງສະແດງພະລັງງານສະອາດສາກົນຈີນ 2024 ຢູ່ນະຄອນຫຼວງປັກກິ່ງ

ທ່ຽວຊົມດອກສະກຸຣະຢູ່ໜອງຕາເວັນຕົກ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn