ພາສາລາວ

ສະພາຄວາມໝັ້ນຄົງຮັບຮອງເອົາມະຕິທີ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີໃນໄລຍະບຸນຖືສິນອົດ

cri2024-03-26 14:42:44

ວັນທີ 25 ມີນານີ້, ສະພາຄວາມໝັ້ນຄົງອົງການສະຫະປະຊາຊາດໄດ້ຮັບຮອງເອົາມະຕິທີ່ຮຽກຮ້ອງໃຫ້ຢຸດຍິງຢູ່ເຂດກາຊາໃນທັນທີໃນໄລຍະບຸນຖືສິນອົດ ເພື່ອບັນລຸການຢຸດຍິງເປັນເວລາຍາວນານແລະແບບຍືນຍົງ.

ນີ້ແມ່ນເທື່ອທຳອິດທີ່ສະພາຄວາມໝັ້ນຄົງໄດ້ຮັບຮອງເອົາມະຕິທີ່ຮຽກຮ້ອງໃຫ້ ຢຸດຍິງຢູ່ເຂດກາຊາໃນທັນທີ ຫຼັງຈາກເກີດການປະທະກັນລະຫວ່າງປາແລັດສະຕີນກັບອິດສະຣາແອນຮອບໃໝ່ໃນວັນທີ 7 ຕຸລາປີ 2023 ເປັນຕົ້ນມາ. ສະມາຊິກສະພາຄວາມໝັ້ນຄົງ 14 ປະເທດ ເຊິ່ງລວມທັງຈີນ ໄດ້ປ່ອນບັດເຫັນດີຕໍ່ຮ່າງມະຕິສະບັບນີ້ໃນມື້ດຽວກັນ, ແຕ່ອາເມຣິກາງົດອອກສຽງ.

ຫຼັງຈາກສະພາຄວາມໝັ້ນຄົງລົງຄະແນນສຽງຮັບຮອງເອົາມະຕິກ່ຽວກັບບັນຫາຢຸດຍິງຢູ່ເຂດກາຊາແລ້ວ, ຫ້ອງການນາຍົກລັດຖະມົນຕີອິດສະຣາແອນອອກຖະແຫຼງການທີ່ຕິຕຽນອາເມຣິກາທີ່ບໍ່ໄດ້ປ່ອນບັດຄັດຄ້ານໃນການລົງຄະແນນສຽງຂອງສະພາຄວາມໝັ້ນຄົງໃນມື້ດຽວກັນ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

ຊາວກະສິກກອນຈີນຂຸ້ນຂ້ຽວລົງມືທຳການຜະລິດໃນລະດູບານໃໝ່

ຊາວກະສິກອນຈີນເລັ່ງລັດເຮັດວຽກໄຮ່ການນາໃນລະດູໃບໄມ້ປົ່ງ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn