ພາສາລາວ

ທ່ານສີຈິ້ນຜິງຕ້ອນຮັບປະທານສະພາແຫ່ງຊາດຫວຽດນາມ

cri2024-04-09 10:55:35

ວັນທີ8ເມສານີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບທ່ານເວື່ອງດິ່ງເຮ້ວ ປະທານສະພາແຫ່ງຊາດຫວຽດນາມ ຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ.

ໃນໂອກາດດັ່ງກ່າວ, ທ່ານສີຈິ້ນຜິງກ່າວເນັ້ນໜັກວ່າ: ປັດຈຸບັນ, ການປົກປ້ອງລະບອບສັງຄົມນິຍົມ, ປົກປັກຮັກສາສະຖຽນລະພາບແລະການພັດທະນາຂອງຊາດເປັນຜົນປະໂຫຍດຮ່ວມຂອງສອງປະເທດຈີນ-ຫວຽດນາມ. ຈີນຍິນດີຮ່ວມກັບຫວຽດນາມດຳເນີນການແລກປ່ຽນບົດຮຽນດ້ານການຄຸ້ມຄອງພັກ-ລັດແລະບໍລິຫານປະເທດ, ເລັ່ງຊຸກຍູ້ໃຫ້ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ເຊື່ອມຕໍ່ກັບຍຸດທະສາດ “ສອງແລວໜຶ່ງວົງ”. ຫວັງວ່າ ອົງການນິຕິບັນຍັດຂອງສອງປະເທດຈະລົງເລິກການແລກປ່ຽນຮ່ວມມືໃນທຸກຂັ້ນທຸກລະດັບ, ເພີ່ມທະວີການຮຽນຮູ້ແລະຖອດຖອນບົດຮຽນເຊິ່ງກັນແລະກັນໃນດ້ານຕ່າງໆເຊັ່ນ ການຕິດຕາມກວດກາວຽກງານນິຕິບັນຍັດເປັນຕົ້ນ, ເພື່ອເສີມຂະຫຍາຍບົດບາດອັນສຳຄັນເຂົ້າໃນການເພີ່ມພູນຄູນສ້າງມິດຕະພາບລະຫວ່າງປະຊາຊົນສອງຊາດ.

ທ່ານເວື່ອງດິ່ງເຮ້ວຢືນຢັນວ່າ: ຫວຽດນາມຍຶດໝັ້ນປະຕິບັດນະໂຍບາຍການຕ່າງປະເທດເອກະລາດເປັນເຈົ້າຕົນເອງ, ໂດຍຖືປະເທດຈີນເປັນທາງເລືອກຍຸດທະສາດບຸລິມະສິດອັນດັບໜຶ່ງຂອງສາຍພົວພັນຕໍ່ຕ່າງປະເທດຂອງຫວຽດນາມ, ຫວຽດນາມຈະຮ່ວມກັນກັບຈີນຮັດແໜ້ນການແລກປ່ຽນແລະຮ່ວມມືກັນໃນທຸກຂັ້ນທຸກລະດັບ, ປັບປຸງຄວາມໄວ້ເນື້ອເຊື່ອໃຈກັນທາງການເມືອງໃນລະດັບສູງໃຫ້ໝັ້ນຄົງຢ່າງຕໍ່ເນື່ອງ, ຕັ້ງໜ້າຊຸກຍູ້ຍຸດທະສາດ“ສອງແລວໜຶ່ງວົງ”ເຊື່ອມຕໍ່ກັບຂໍ້ລິເລີ່ມ“ໜຶ່ງແລວໜຶ່ງເສັ້ນທາງ”. ສະພາແຫ່ງຊາດຫວຽດນາມຍິນດີເສີມຂະຫຍາຍບົດບາດອັນຕັ້ງໜ້າເຂົ້າໃນການຊຸກຍູ້ການສ້າງຄູ່ຮ່ວມຊາຕາກຳຫວຽດນາມ-ຈີນທີ່ມີຄວາມໝາຍຍຸດທະສາດ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ເປີດສັບປະດາແຟຊັນໂຊດອກໂບຕັ໋ນລົ້ວຢາງຈີນຄັ້ງທີ 5

ລົດ 45 ຄັນໃຊ້ເວລາ 5 ຊົ່ວໂມງ ຜ່ານ “ທາງຟ້າ” ເພື່ອສົ່ງນັກຮຽນກັບເມືອໂຮງຮຽນ

ບຸນຊິ່ງໝິງ: ລຳນຶກ ແລະ ອາໄລຫາບັນພະບຸລຸດ ທັງ ຊົມວິວທຳມະຊາດ

ພົບກັບທ່ານສີຈິ້ນຜິງ|ຂ້າພະເຈົ້າຢາກໄປອູ້ມໝີແພນດາຂອງຈີນຈັກເທື່ອໜຶ່ງ

ຈຸດ “ສະຫວ່າງກະຈ່າງໃສ” : ໄວ້ອາໄລບັນພະບຸລຸດ ແລະ ທ່ຽວຊົມທິວທັດຂອງລະບູໃບໄມ້ປົ່ງ

ທາງລົດໄຟຈີນ-ລາວສ້າງພະລັງຂັບເຄື່ອນຢ່າງຫຼວງຫຼາຍໃຫ້ແກ່ການພັດທະນາຢ່າງຕໍ່ເນື່ອງຂອງຈີນ ແລະ ລາວ ກໍຄືຂອງພາກພື້ນ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Close
Messenger Pinterest LinkedIn