ພາສາລາວ

ສະພາບການທາງດ້ານເສດຖະກິດໂດຍສັງເຂບ

cri2021-01-03 18:21:25

ນັບແຕ່ປະເທດຈີນໃໝ່ສະຖາປະນາຂຶ້ນໃນປີ 1949 ເປັນຕົ້ນມາ, ເສດຖະກິດຂອງຈີນໄດ້ມີການພັດທະນາໄວສົມຄວນ. ໂດຍສະເພາະຕັ້ງແຕ່ດຳເນີນການປະຕິຮູບ ແລະໄຂປະຕູສູ່ພາຍນອກເມື່ອປີ 1978 ເປັນຕົ້ນມາ, ເສດຖະກິດຈີນໄດ້ພັດທະນາໄປໜ້າຢ່າງຕໍ່ເນື່ອງ ແລະປອດໃສດ້ວຍຈັງຫວະການເຕີບໂຕຫຼາຍກວ່າ 9% ຕໍ່ປີ. ປີ 2012 ລວມຍອດຜະລິດຕະພັນພາຍໃນ ຫຼື GDPຂອງຈີນໄດ້ບັນລຸເຖິງ 8.262 ຕື້ 200 ລ້ານໂດລາສະຫະລັດ, ສະເລ່ຍຕໍ່ຫົວຄົນມີເຖິງ 6.102 ໂດລາສະຫະລັດ, ຍອດປະລິມານເສດຖະກິດເປັນອັນດັບທີ 2 ໃນໂລກ, ພຽງແຕ່ຖັດ ຈາກອາເມລິກາເທົ່ານັ້ນ.

ປັດຈຸບັນ, ການລົງທຶນ ແລະການບໍລິໂພກພາຍໃນຂອງຈີນລ້ວນແຕ່ຢູ່ໃນສະພາບທີ່ດີ. ປີ 2012, ການລົງທຶນດ້ານຊັບສິນຄົງທີ່ໃນທົ່ວສັງຄົມຈີນມີ 37.467 ຕື້ 600 ລ້ານຢວນ; ຍອດມູນຄ່າສິ່ງບໍລິໂພກຂາຍຍ່ອຍໃນທົ່ວສັງຄົມມີເກືອບ 21.030 ຕື້ 700 ລ້ານຢວນ; ຍອດມູນຄ່າການຄ້າກັບຕ່າງປະເທດ 3.866 ຕື້ 800 ລ້ານກວ່າໂດລາສະຫະລັດ, ເຊິ່ງເປັນອັນດັບທີໜຶ່ງໃນໂລກ. ນັບມາຮອດທ້າຍປີ 2012, ຄັງສຳຮອງເງິນຕາຕ່າງປະເທດຂອງຈີນໄດ້ມີເຖິງ 3.311 ຕື້ 600 ລ້ານໂດລາສະຫະລັດ, ເຊິ່ງເປັນອັນດັບໜຶ່ງຂອງໂລກໃນ 4 ປີຕິດຕໍ່ກັນ.

ຜ່ານການດຳເນີນການປະຕິຮູບ,ໄຂປະຕູສູ່ພາຍນອກ ແລະສ້າງສາໃຫ້ຫັນເປັນທັນສະໄໝເປັນເວລາ 30 ກວ່າປີ, ຈີນໄດ້ສຳເລັດການຫັນປ່ຽນຈາກເສດຖະກິດແຜນການປ່ຽນເປັນເສດຖະ ກິດຕະຫຼາດສັງຄົມນິຍົມໂດຍພື້ນຖານ, ໂຄງປະກອບເສດຖະກິດຕະຫຼາດສັງຄົມນິຍົມໄດ້ສ້າງ ຕັ້ງຂຶ້ນ ແລະປັບປຸງໃຫ້ດີຂຶ້ນເປັນກ້າວໆ. ສົມຄູ່ກັບເລື່ອງນີ້, ກົດໝາຍກົດບັນຍັດຂອງຈີນກໍໄດ້ຮັບການປັບປຸງໃຫ້ສົມບູນຂຶ້ນເລື້ອຍໆ, ລະດັບໄຂປະຕູສູ່ພາຍນອກຂອງຕະຫຼາດກໍໄດ້ຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ, ສະພາບແວດລ້ອມການລົງທຶນໄດ້ຮັບການປັບປຸງໃຫ້ດີຂຶ້ນຢ່າງບໍ່ຢຸດຢັ້ງ, ການປະຕິຮູບໂຄງປະກອບການທະນາຄານໄດ້ຮັບການຊຸກຍູ້ຢ່າງໜັກແໜ້ນ, ທັງໝົດເຫຼົ່ານີ້ລ້ວນແຕ່ໄດ້ເປັນສິ່ງຄ້ຳປະກັນທີ່ໄວ້ໃຈໄດ້ໃຫ້ແກ່ເສດຖະກິດຈີນສືບຕໍ່ພັດທະນາໄປໜ້າ.

ຫຼັງຈາກເຂົ້າສູ່ສະຕະວັດໃໝ່ແລ້ວ, ຈີນໄດ້ສະເໜີທັດສະນະຄະຕິຕື່ມອີກທີ່ວ່າມະນຸດກັບທຳມະຊາດ, ມະນຸດກັບສັງຄົມ, ຕົວເມືອງກັບຊົນນະບົດ, ພາກຕາເວັນອອກກັບພາກຕາເວັນຕົກ,ເສດຖະກິດກັບສັງຄົມພັດທະນາຢ່າງຮອບດ້ານແລະກົມກຽວກັນ. ປີ 2012, ກອງປະຊຸມຜູ້ແທນທົ່ວປະເທດຄັ້ງທີ 18 ຂອງພັກກອມມູນິດຈີນໄດ້ສະເໜີເປົ້າໝາຍອັນຍິ່ງໃຫຍ່ທີ່ສ້າງສັງຄົມອີ່ມ ໜຳສຳລານຢ່າງຮອບດ້ານໃຫ້ສຳເລັດໃນປີ 2020; ພ້ອມດຽວກັນນັ້ນ, ຍັງໄດ້ສະເໜີເປັນເທື່ອທຳອິດວ່າເມື່ອຮອດປີ 2020 ຈະໃຫ້ບັນລຸເປົ້າໝາຍທີ່ເຮັດໃຫ້ລວມຍອດຜະລິດຕະພັນພາຍໃນ ຫຼື GDP ແລະລາຍໄດ້ສະເລ່ຍຕາມຫົວຄົນປະຊາຊົນຕົວເມືອງ ແລະຊົນນະບົດເພີ່ມຂຶ້ນໜຶ່ງເທົ່າຕົວເມື່ອທຽບໃສ່ປີ 2010.

Close
Messenger Pinterest LinkedIn