ພາສາລາວ

ອຸດສາຫະກຳ

cri2021-01-03 18:21:26

ອຸດສາຫະກຳຂອງຈີນໄດ້ພັດທະນາຢ່າງວ່ອງໄວເລີ່ມມາແຕ່ຕົ້ນຊຸມປີ 1950. ພາຍຫຼັງປະເທດຈີນໃໝ່ສະຖາປະນາຂຶ້ນໃນປີ 1949 ແລ້ວ, ອຸດສາຫະກຳຂອງຈີນໄດ້ເຂົ້າສູ່ໄລຍະການຟື້ນຟູແລະພັດທະນາຢ່າງຮອບດ້ານ. ກ່ອນດຳເນີນການປະຕິຮູບແລະໄຂປະຕູສູ່ພາຍນອກເມື່ອປີ 1978, ຈີນໄດ້ສ້າງຕັ້ງລະບົບເສດຖະກິດອຸດສາຫະກຳທີ່ອ່າວຄົບຖ້ວນບໍລິບູນໃນເບື້ອງຕົ້ນ. ອຸດ ສາຫະກຳນ້ຳມັນເຊື້ອໄຟທີ່ເປັນອຸດສາຫະກຳແບບດັ້ງເດີມພ້ອມດ້ວຍອຸດສາຫະກຳເຄມີ ແລະອຸດສາຫະກຳເອເລັກໂຕຣນິກທີ່ເປັນອຸດສາຫະກຳພັດທະນາໃໝ່ລ້ວນແລ້ວແຕ່ໄດ້ມີການພັດທະ ນາຢ່າງໄວສົມຄວນ, ອຸດສາຫະກຳນິວເຄລຍ ແລະອຸດສາຫະກຳການບິນອະວະກາດທີ່ເປັນອຸດ ສາຫະກຳວິທະຍາສາດເຕັກນິກສູງໄດ້ມີການພັດທະນາແບບບຸກທະລຸ. ນັບຕັ້ງແຕ່ທ້າຍຊຸມປີ 1970 ເປັນຕົ້ນມາ, ການພັດທະນາດ້ານອຸດສາຫະກຳຂອງຈີນໄດ້ມີທ່າອ່ຽງເລັ່ງລັດໄວຂຶ້ນຕື່ມອີກ, ແຕ່ປີ 1979 ຮອດປີ 2012, ມູນຄ່າເພີ່ມຂອງອຸດສາຫະກຳລ້ວນແຕ່ໄດ້ເພີ່ມຂຶ້ນຫຼາຍກວ່າ 10% ຕໍ່ປີ.

ເມື່ອໄດ້ພັດທະນາມາເປັນເວລາ 60 ກວ່າປີແລ້ວ, ປະລິມານຜະລິດຕະພັນອຸດສາຫະກຳທີ່ສຳຄັນຂອງຈີນລ້ວນແຕ່ໄດ້ເພີ່ມຂຶ້ນດ້ວຍຈັງຫວະການເຕີບໂຕຫຼາຍສິບເທົ່າຕົວຈົນຮອດຫຼາຍ ຮ້ອຍເທົ່າຕົວ, ຜະລິດຕະພັນອຸດສາຫະກຳຫຼາຍຊະນິດໄດ້ສົ່ງອອກຂາຍຢູ່ແຫ່ງຕ່າງໆໃນໂລກ. ນັບແຕ່ປີ 1996 ເປັນຕົ້ນມາ, ປະລິມານການຜະລິດຂາງແລະເຫຼັກກ້າ, ຖ່ານຫີນ, ຊີມັງ, ປຸຍເຄມີແລະໂທລະພາບໄດ້ເປັນອັນດັບທີໜຶ່ງໃນໂລກຕະຫຼອດມາ.

ປີ 2012 ຈີນໄດ້ບັນລຸມູນຄ່າເພີ່ມດ້ານອຸດສາຫະກຳ 23.531 ຕື້ 900 ລ້ານຢວນ, ເພີ່ມຂຶ້ນຫຼາຍກວ່າປີ 2011 ເຖິງ 8,1%. ປັດຈຸບັນ, ຈີນບໍ່ພຽງແຕ່ສາມາດຜະລິດເຮືອບິນ, ກຳປັ່ນ ແລະລົດທໍ່ນັ້ນ, ຍັງສາມາດຜະລິດດາວທຽມ ແລະອຸປະກອນອຸດສາຫະກຳທີ່ທັນສະໄໝນຳອີກ. ລະບົບອຸດສາຫະກຳທີ່ມີລະດັບເຕັກນິກອັນແນ່ນອນ, ມີຫຼາຍປະເພດທີ່ຄົບຄ້ວນ ແລະເປັນເຈົ້າ ຕົນເອງໄດ້ສ້າງຂຶ້ນແລ້ວ. ໃນອະນາຄົດ, ຈີນຍັງຈະປະຕິບັດຍຸດທະສາດຖືການຫັນເປັນຂໍ້ມູນຂ່າວສານຊັກນຳການຫັນເປັນອຸດສາຫະກຳຕື່ມອີກ, ພ້ອມທັງເລັ່ງລັດບົດບາດຊຸກຍູ້ຂອງອຸດສາ ຫະກຳທີ່ມີຕໍ່ການພັດທະນາເສດຖະກິດຂອງຈີນ.

Close
Messenger Pinterest LinkedIn