ພາສາລາວ

ທ່ານສີຈິ້ນຜິງພົບປະເຈລະຈາກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ

cri2024-10-23 12:09:39
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 22 ຕຸລາ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ພົບປະເຈລະຈາກັບທ່ານວະລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍຢູ່ວັງແກຣມແລັງທີ່ນະຄອນຄາຊານຂອງຣັດເຊຍ.

ທ່ານສີຈິ້ນຜິງຊີ້ອອກວ່າ: ປີນີ້ແມ່ນປີທີ່ຈີນ-ຣັດເຊຍສ້າງຕັ້ງສາຍພົວພັນທາງການທູດຄົບຮອບ 75 ປີ. ໃນໄລຍະ 75 ປີຜ່ານມາ, ການພົວພັນລະຫວ່າງຈີນ-ຣັດເຊຍແມ່ນຮ່ວມທຸກຮ່ວມສຸກນຳກັນ, ໄດ້ຄົ້ນຄວ້າວາງອອກວິທີຢູ່ຮ່ວມກັນຢ່າງຖືກຕ້ອງລະຫວ່າງປະເທດໃຫຍ່ໃກ້ຄຽງກັນທີ່ “ບໍ່ຮ່ວມກຸ່ມ、ບໍ່ເປັນປໍລະປັກກັນ、ບໍ່ແນໃສ່ຝ່າຍທີ 3”. ສອງຝ່າຍໄດ້ລົງເລິກແລະບຸກເບີກການປະສານງານດ້ານຍຸດທະສາດຮອບດ້ານແລະການຮ່ວມມືຕົວຈິງໃນແຕ່ລະຂົງເຂດຢ່າງບໍ່ຢຸດຢັ້ງ, ທຸ້ມເທກຳລັງແຮງຢ່າງເຂັ້ມແຂງເຂົ້າໃນການຊຸກຍູ້ໃຫ້ການພັດທະນາມີຄວາມຈະເລີນຮຸ່ງເຮືອງແລະການສ້າງຄວາມທັນສະໄໝຂອງສອງປະເທດ. ຈີນຕີລາຄາສູງຕໍ່ວຽກງານທີ່ຣັດເຊຍໄດ້ກະກຽມເພື່ອຈັດກອງປະຊຸມສຸດຍອດບຣິກສ໌ຄັ້ງທີ 16 ໃນຖານະເປັນປະເທດປະທານ.

ທ່ານວະລາດີເມຍ ປູຕິນກ່າວວ່າ: ໃນໄລຍະ 75 ປີຜ່ານມາ, ການພົວພັນລະຫວ່າງຣັດເຊຍ-ຈີນໄດ້ຮັກສາການພັດທະນາທີ່ມີລະດັບສູງ, ການຮ່່ວມມືຕົວຈິງໃນແຕ່ລະຂົງເຂດໄດ້ຮັບການຊຸກຍູ້ຢ່າງຕໍ່ເນື່ອງ. ຣັດເຊຍຫວັງວ່າຈະດຳເນີນການຮ່ວມມືກັບຈີນຢ່າງເລິກເຊິ່ງກວ່າເກົ່າຕື່ມອີກ, ເປັນການຊ່ວຍເຫຼືອການພັດທະນາ ຂອງສອງປະເທດໃຫ້ຈະເລີນຮຸ່ງເຮືອງ. ຍິນດີປະສານງານກັນກັບຈີນຢ່າງແໜ້ນແຟ້ນ, ຊຸກຍູ້ໃຫ້ “ການຮ່ວມມືບຣິກສ໌ໃຫຍ່” ໄດ້ຮັບຜົນງານຢ່າງຕັ້ງໜ້າທີ່ບໍ່ຢຸດຢັ້ງ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ໂພສເຕີຂອງຟິມສາລະຄະດີ "ເງົາມືດປົກຄຸມອູລຸມກີ"

ທິວທັດໃບໄມ້ແດງແລະດອກໄມ້ເຫຼືອງຍາມທ້າຍລະດູໃບໄມ້ຫຼົ່ນທີ່ສວຍງາມ

ກ້ວຍລາວ 390 ໂຕນຖືກຂົນສົ່ງຮອດນະຄອນຫຼວງປັກກິ່ງ

ຟິມສາລະຄະດີກ່ຽວກັບເຫດການກໍ່ການຮ້າຍ “ວັນທີ 5 ກໍລະກົດ” ທີ່ເກີດຂຶ້ນຢູ່ອູລຸມກີ

ບັນດາປະເທດໃນອາຊີຕາເວັນອອກສຽງໃຕ້ເປັນຫຍັງຈິ່ງຢາກເຂົ້າເປັນສະມາຊິກບຣິກສ

ປະທານາທິບໍດີ ສ.ກົງໂກ: ຂໍ້ລິເລີ່ມຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ຈະຊ່ວຍອາຟຣິກາພັດທະນາຢ່າງວ່ອງໄວແບບບໍ່ເຄີຍມີມາກ່ອນໃນປະຫວັດສາດ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn