ພາສາລາວ

ທ່ານສີຈິ້ນຜິງຕ້ອນຮັບການເຂົ້າຢ້ຽມຄຳນັບຂອງນາຍົກບັງກະລາເດັດ

cri2024-07-11 15:22:17
Share
Share this with Close
Messenger Pinterest LinkedIn

ຕອນບ່າຍວັນທີ 10 ກໍລະກົດນີ້, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງທ່ານນາງເຊັກ ຮາຊີນາ ນາຍົກລັດຖະມົນຕີບັງກະລາເດັດທີ່ເດີນທາງມາຢ້ຽມຢາມຈີນຢ່າງເປັນທາງການຢູ່ຫໍສະພາປະຊາຊົນແຫ່ງຊາດທີ່ນະຄອນຫຼວງປັກກິ່ງ. ຜູ້ນຳສອງປະເທດໄດ້ປະກາດວ່າ: ຈະຍົກລະດັບການພົວພັນລະຫວ່າງຈີນ-ບັງກະລາເດັດຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ.

ທ່ານສີຈິ້ນຜິງໄດ້ຊີ້ອອກວ່າ: ຈີນຍິນດີຖືເອົາປີ 2024 ເຊິ່ງເປັນປີທີ່ສ້າງຕັ້ງສາຍພົວພັນທາງການທູດລະຫວ່າງຈີນ-ບັງກະລາເດັດຄົບຮອບ 50 ປີເປັນກາລະໂອກາດ, ລົງເລິກການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ຈັດຕັ້ງປະຕິບັດກິດຈະກຳ “ປີແລກປ່ຽນດ້ານວັດທະນະທຳລະຫວ່າງຈີນ-ບັງກະລາເດັດ” ໃນປີ 2025 ໜ້ານີ້ໃຫ້ດີ, ເປີດກວ້າງການຮ່ວມມືໃນຂົງເຂດຕ່າງໆ, ຊຸກຍູ້ໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຈີນ-ບັງກະລາເດັດກ້າວເດີນໄປຂ້າງໜ້າຢ່າງໜັກແໜ້ນແລະຍາວໄກ.

ທ່ານນາງເຊັກ ຮາຊີນາກ່າວວ່າ: ບັງກະລາເດັດຫວັງໃຫ້ເປີດກວ້າງການຮ່ວມມືດ້ານເສດຖະກິດການຄ້າ, ພື້ນຖານໂຄງລ່າງແລະຂົງເຂດອື່ນໆລະຫວ່າງສອງປະເທດ, ເພີ່ມທະວີການແລກປ່ຽນດ້ານວັດທະນະທຳ, ສືບຕໍ່ຕັ້ງໜ້າເຂົ້າຮ່ວມການຮ່ວມມືດ້ານການຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ”.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ

ລົດຕູ້ຄອນເທັນເນີທີ່ບັນທຸກອຸປະກອນການຖ່າຍທອດສົດງານກິລາໂອລິມປິກປາຣີຂອງ CMG ໄດ້ປາກົດຕົວຢູ່ນະຄອນຫຼວງປາຣີ

ກຸ່ມແມ່ເຖົ້າຜູ້ໃຈບຸນ

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ຂ້ອຍພັກຢູ່ເຮືອນວີລາທະເລຈີນໃຕ້

【ເບື້ຶງຫນຶ່ງແມ່ນທະເລສີຟ້າ,ອີກເບື້ອງຫນຶ່ງແມ່ນດອນສີຂຽວ】ແຮງງານປູກຕົ້ນໄມ້ຢູ່ຊານຊາ

ແຜນທີ່ 200 ປີ PK ປື້ມບັນທຶກການປ່ຽນແປງຂອງເສັ້ນທາງການເດີນເຮືອ 600 ປີ

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn