ທ່ານສີຈິ້ນຜິງ ແລະ ທ່ານໂຕຄາເຢັຟ ພ້ອມກັນພົບປະກັບນັກຂ່າວ
ຕອນທ່ຽງວັນທີ 3 ກໍລະກົດນີ້, ພາຍຫຼັງການພົບປະເຈລະຈາກັນ, ທ່ານສີຈິ້ນຜິງ ປະທານປະເທດຈີນ ແລະ ທ່ານໂຈມາດ ໂຕຄາເຢັຟ ປະທານາທິບໍດີສາທາລະນະລັດກາຊັກສະຖານໄດ້ພ້ອມກັນພົບປະກັບນັກຂ່າວຢູ່ທຳນຽບປະທານາທິບໍດີກາຊັກສະຖານ.
ທ່ານສີຈິ້ນຜິງ ກ່າວວ່າ: ການເຈລະຈາເທື່ອນີ້, ສອງປະເທດຈີນ ແລະ ກາຊັກສະຖານໄດ້ລົງນາມໃນ “ຖະແຫຼງການຮ່ວມລະຫວ່າງສາທາລະນະລັດປະຊາຊົນຈີນກັບສາທາລະນະລັດກາຊັກສະຖານ”, ໄດ້ກຳນົດທິດທາງສຸດສົມແຫ່ງການຮ່ວມມືຂອງສອງປະເທດໃນອະນາຄົດ, ພວກເຮົາຍັງເປັນພິຍານໃຫ້ແກ່ການເຊັນເອກະສານຮ່ວມມືຫຼາຍສະບັບລະຫວ່າງລັດຖະບານ ແລະ ພາກສ່ວນຂອງສອງປະເທດ.
ທ່ານສີຈິ້ນຜິງ ຊີ້ໃຫ້ເຫັນວ່າ: ພວກເຮົາເປັນເອກະພາບວ່າ, ຈີນ ແລະ ກາຊັກສະຖານລ້ວນແຕ່ຢູ່ໄລຍະສຳຄັນທີ່ກຳລັງພັດທະນາປະເທດຕົນໃຫ້ຈະເລີນ, ເປັນປະເທດຮ່ວມກັນເດີນຕາມ ເສັ້ນທາງການຫັນເປັນທັນສະໄໝ, ພວກເຮົາຈະຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ, ຊຸກຍູ້ການຮ່ວມມືຕົວຈິງລະຫວ່າງສອງປະເທດໃຫ້ໄດ້ຮັບໝາກຜົນໃໝ່ຫຼາຍກວ່າເກົ່າ. ຈີນສະໜັບສະໜູນກາຊັກສະຖານເຂົ້າຮ່ວມກົນໄກການຮ່ວມມືເບຣັກສ໌, ເສີມຂະຫຍາຍບົດບາດທີ່ເປັນ “ປະເທດເຂັ້ມແຂງລະດັບກາງ” ໃນເວທີສາກົນ, ແລະປະກອບສ່ວນຂອງຕົນເຂົ້າໃນການບໍລິຫານໂລກ.
.md_Laos_page01 .md_hd{width:300px;}
ຄໍລຳ
ຮູບພາບ
ວີດີໂອ
ນິທັດສະການພື້ນຖານການຜະລິດໄຟແສງສີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ
ກຸ່ມແມ່ເຖົ້າຜູ້ໃຈບຸນ
ສິນຄ້າຈີນໄດ້ຮັບຄວາມນິຍົມຊົມຊອບຈາກການແຂ່ງຂັນບານເຕະຊີງແຊັມເອີຣົບ
【ນີ້ແມ່ນທະເລຈີນໃຕ້ຂອງຈີນ】ຕົວພິນຢິນຈີນໃນແຜນທີ່ອາເມຣິກາສະບັບໜຶ່ງ
【ນີ້ແມ່ນທະເລຈີນໃຕ້ຂອງຈີນ】ລະນຶກເຖິງທ່ານໂຈ່ວເວີຍມິນ
【ນີ້ແມ່ນທະເລຈີນໃຕ້ຂອງຈີນ】ແຜນທີ່ບູຮານຂອງທະເລຈີນໃຕ້
ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ
Copyright © cri.cn All Rights Reserved