ພາສາລາວ

ທ່ານ ສີຈິ້ນຜິງ ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າວົງການອຸດສາຫະກຳການຄ້າ ແລະ ວົງການວິຊາການຍຸດທະສາດອາເມຣິກາ

CRI2024-03-27 19:07:26
Share
Share this with Close
Messenger Pinterest LinkedIn

ວັນທີ 27 ມີນານີ້, ທ່ານ ສີຈິ້ນຜິງ ປະທານປະເທດຈີນໄດ້ຕ້ອນຮັບການເຂົ້າຢ້ຽມຄຳນັບຂອງຜູ້ຕາງໜ້າວົງການອຸດສາຫະກຳການຄ້າ ແລະ ວົງການວິຊາການຍຸດທະສາດອາເມຣິກາຢູ່ຫໍສະພາປະຊາຊົນທີ່ນະຄອນຫຼວງປັກກິ່ງ.

ທ່ານ ສີຈິ້ນຜິງ ກ່າວວ່າ: ການພົວພັນຈີນ-ອາເມຣິກາ ແມ່ນໜຶ່ງໃນການພົວພັນສອງຝ່າຍທີ່ສຳຄັນທີ່ສຸດໃນໂລກ. ສອງປະເທດ ຈີນ ແລະ ອາເມຣິກາ ຈະຮ່ວມມືກັນ ຫຼື ປະທະກັນນັ້ນ ແມ່ນກ່ຽວພັນເຖິງຄວາມສຸກຂອງປະຊາຊົນສອງປະເທດ ແລະ ຊາຕາກຳຂອງມວນມະນຸດ. ຂໍພຽງແຕ່ສອງປະເທດລ້ວນແຕ່ຖືຝ່າຍກົງກັນຂ້າມເປັນໝູ່ຄູ່ ເຄົາລົບເຊິ່ງກັນແລະກັນ ຢູ່ຮ່ວມກັນໂດຍສັນຕິ ແລະ ຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດແລ້ວ, ການພົວພັນສອງປະເທດກໍ່ຍ່ອມຈະດີຂຶ້ນ. ປີນີ້ແມ່ນຈີນ ກັບ ອາເມຣິກາສ້າງສາຍພົວພັນທາງການທູດຄົບຮອບ 45 ປີ. ຫວັງວ່າ ບຸກຄົນວົງການຕ່າງໆຂອງສອງປະເທດຈະໄປມາຫາສູ່ກັນເລື້ອຍໆ ແລະ ເພີ່ມທະວີການແລກປ່ຽນກັນ, ສະສົມຄວາມຮັບຮູ້ທີ່ເປັນເອກະພາບກັນຢ່າງບໍ່ຢຸດຢັ້ງ, ເພິ່ມຄວາມໄວ້ເນື້ອເຊື່ອໃຈກັນ, ລົງເລິກການຮ່ວມມືແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ, ສ້າງຄວາມສຸກອັນແທ້ຈິງ ໃຫ້ແກ່ປະຊາຊົນສອງປະເທດຫຼາຍກວ່າເກົ່າ ແລະ ສ້າງຄວາມໝັ້ນຄົງໃຫ້ທົ່ວໂລກຫຼາຍກວ່າເກົ່າ.

ທ່ານ ອີວານ ກຣີນເບີກ ປະທານຄະນະກຳມະການທົ່ວປະເທດການພົວພັນອາເມຣິກາ-ຈີນ, ທ່ານ ສະເຕຟອນ ສະວາສແມນ ປະທານຄະນະກຳມະການ ທັງເປັນ CEO ຂອງບໍລິສັດແບຣກສະທອນ, ທ່ານ ຄຣິສເທຍໂນ ອາມອນ ຜູ້ອຳນວນການໃຫຍ່ ທັງເປັນ CEO ຂອງບໍລິສັດຄວັນຄົມ, ທ່ານ ກຣາຮຳ ອາລີຊອນ ຫົວໜ້າປະດິດສ້າງວິທະຍາໄລລັັດຖະບານເຄນນີຕີຂອງມະຫາວິທະຍາໄລຮາເວີດ, ທ່ານ ແກຣກ ເອເລນ ປະທານຄະນະກຳມະການທົ່ວປະເທດການຄ້າອາເມຣິກາ-ຈີນ ແລະ ຜູ້ຕາງໜ້າອື່ນໆອາເມຣິກາ ໄດ້ປະກອບຄຳເຫັນ ແລະ ຂອບໃຈທ່ານປະທານ ສີຈິ້ນຜິງ ທີ່ຍາດເວລາຕ້ອນຮັບ.

ພວກເຂົາເຈົ້າກ່າວວ່າ, ການພົວພັນດ້ານເສດຖະກິດລະຫວ່າງອາເມຣິກາ ກັບ ຈີນແມ່ນອາໄສກັນຢ່າງໃກ້ຊິດ, ສອງປະເທດມີແຕ່ຢູ່່ຮ່ວມກັນໂດຍສັນຕິ ຈິ່ງຈະສາມາດບັນລຸໃຫ້ຕ່າງຝ່າຍຕ່າງພັດທະນາ ແລະ ຈະເລີນຮຸ່ງເຮືອງ. ວິສາຫະກິດອາເມຣິກາຍ້ອງຍໍຈີນທີ່ໄດ້ປະກາດໃຊ້ມາດຕະການສຳຄັນຕ່າງໆເພື່ອດຳເນີນການປະຕິຮູບ ແລະ ເປີດປະຕູສູ່ພາຍນອກຕື່ມອີກໃນຫວ່າງມໍ່ໆມານີ້, ເບິ່ງໃນແງ່ດີຕໍ່ອະນາຄົດການພັດທະນາຂອງເສດຖະກິດຈີນ, ຈະສືບຕໍ່ພັດທະນາຢູ່ຈີນຢ່າງເດັດດ່ຽວ, ຂະຫຍາຍການພົວພັນຮ່ວມມືກັບຈີນຢ່າງໃກ້ຊິດເປັນເວລາຍາວນານ.

.md_Laos_page01 .md_hd{width:300px;}

ຄໍລຳ

ຮູບພາບ

ວີດີໂອ

ຈັດງານວາງສະແດງພະລັງງານສະອາດສາກົນຈີນ 2024 ຢູ່ນະຄອນຫຼວງປັກກິ່ງ

ທ່ຽວຊົມດອກສະກຸຣະຢູ່ໜອງຕາເວັນຕົກ

ຊາວກະສິກອນທີ່ດຳລົງຊີວິດໃນເຂດດິນດຳທາງພາກຕາເວັນອອກສຽງເໜືອຂອງຈີນປະກອບສ່ວນເພື່ອຄວາມໝັ້ນຄົງດ້ານທັນຍາຫານແຫ່ງຊາດ

ພົບກັບທ່ານສີຈິ້ນຜິງ|ພວກເຮົາລ້ວນແຕ່ມັກກິລາຫຼາຍ ແລະ ໄດ້ຜູກມິດກັນຍ້ອນງານກິລາໂອລິມປິກ

ທ່ານສີຈິ້ນຜິງໃຫ້ຄຳຊີ້ນຳດ້ານການແກ້ໄຂມົນລະພິດແບບໃໝ່

ອະນາຄົດກຳລັງຈະມາເຖິງ ໂລກອະນາຄົດທີ່ສ້າງໂດຍກຳລັງການຜະລິດໃນຄຸນນະພາບໃໝ່

ກ່ຽວກັບ laos.cri.cn |ກ່ຽວກັບ ບໍລິສັດຄວບຄຸມຫຸ້ນສ່ວນສື່ມວນຊົນທົ່ວໂລກກົວກວາງ ຫຼື GMG|ການບໍລິການດ້ານການໂຄສະນາຂາຍສິນຄ້າ|ຕິດຕໍ່ພວກເຮົາ|ສະຫງວນລິຂະສິດ

Copyright © cri.cn All Rights Reserved

Share this story on

Messenger Pinterest LinkedIn